ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ພົບປະເຈລະຈາກັບທ່ານປະທານສະພາຜູ້ແທນປະຊາຊົນແຫ່ງຊາດ ຈີນ ລີຈານຊູ

(VOVWORLD) -ພິທີຕ້ອນຮັບທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ແລະ ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດຫວຽດນາມ ຢ່າງເປັນທາງການຖືກຈັດຂຶ້ນຢ່າງສົມກຽດ ທີ່ ຫໍສະພາປະຊາຊົນຈີນໃນຕອນບ່າຍວັນທີ 11 ກໍລະກົດ.
ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ພົບປະເຈລະຈາກັບທ່ານປະທານສະພາຜູ້ແທນປະຊາຊົນແຫ່ງຊາດ ຈີນ ລີຈານຊູ - ảnh 1ທ່ານ ລີຈານຊູ ກໍາມະການຫົວໜ້າຄະນະປະຈໍາສະພາຜູ້ແທນປະຊາຊົນແຫ່ງຊາດຈີນ ຕ້ອນຮັບ  ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ (ພາບ: TTXVN)

  ໂດຍໄດ້ຮັບຄໍາເຊີນຂອງທ່ານ ລີຈານຊູ ກໍາມະການຫົວໜ້າຄະນະປະຈໍາສະພາຜູ້ແທນປະຊາຊົນແຫ່ງຊາດຈີນ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ໄດ້ນໍາໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດຫວຽດນາມ ໄປຢ້ຽມຢາມຈີນຢ່າງເປັນທາງການໃນລະຫວ່າງວັນທີ 8 – 12 ກໍລະກົດ. ຕອນບ່າຍວັນທີ 11 ກໍລະກົດ (ຕາມເວລາທ້ອງຖິ່ນ), ຢູ່ນະຄອນຫຼວງປັກກິ່ງ, ພິທີຕ້ອນຮັບທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ແລະ ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດຫວຽດນາມ ຢ່າງເປັນທາງການຖືກຈັດຂຶ້ນຢ່າງສົມກຽດ ທີ່ ຫໍສະພາປະຊາຊົນຈີນ ພາຍໃຕ້ການເປັນປະທານຂອງທ່ານປະທານສະພາຜູ້ແທນປະຊາຊົນແຫ່ງຊາດ ຈີນ ລີຈານຊູ. ພາຍຫຼັງພິທີຕ້ອນຮັບ ໄດ້ດໍາເນີນກອງປະຊຸມພົບປະເຈລະຈາລະຫວ່າງຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດສອງປະເທດ.

        ທີ່ກອງປະຊຸມພົບປະເຈລະຈາ, ການນໍາສອງທ່ານໄດ້ເຫັນດີເພີ່ມທະວີການຮ່ວມມືລະຫວ່າງສອງປະເທດ, ສືບຕໍ່ເສີມຂະຫຍາຍກົນໄກຮ່ວມມືທີ່ມີຢູ່ແລ້ວ ແລະ ເຮັດໃຫ້ເນື້ອໃນການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານອຸດົມສົມບູນຂຶ້ນຕື່ມ. ສອງຝ່າຍເພີ່ມທະວີການຊີ້ນໍາ, ສະໜັບສະໜູນບັນດາການເຄື່ອນໄຫວພົບປະແລກປ່ຽນປະຊາຊົນ, ການຮ່ວມມືລະຫວ່າງບັນດາອົງການ ແລະ ທ້ອງຖິ່ນເຂດຊາຍແດນຂອງສອງປະເທດ; ຊຸກຍູ້ການຮ່ວມມືໃນບັນດາຂົງເຂດເສດຖະກິດ, ການຄ້າ, ການທ່ອງທ່ຽວໃຫ້ແທດຈິງ; ຄົ້ນຄວ້າບັນດາມາດຕະການເໝາະສົມເພື່ອຄຸ້ມຄອງ ແລະ ປົກປ້ອງສິດຜົນປະໂຫຍດອັນຊອບທໍາໃຫ້ແກ່ແຮງງານຕາມລະດູຢູ່ເຂດຊາຍແດນ.

        ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ຢັ້ງຢືນວ່າ ພັກ ແລະ ລັດຫວຽດນາມ ຍາມໃດກໍຖືເປັນສໍາຄັນການຮັກສາ, ສືບທອດ ແລະ ເສີມຂະຫຍາຍນໍ້າໃຈສາມັກຄີມິດຕະພາບທີ່ເປັນມູນເຊື້ອລະຫວ່າງຫວຽດນາມ -ຈີນ ໂດຍປະທານໂຮ່ຈີມິນ ແລະ ປະທານ ເມົາເຈີຕຸງ ກໍຄືການນໍາລຸ້ນຕ່າງໆຂອງສອງປະເທດໄດ້ເພີ່ມພູນຄູນສ້າງ ແມ່່ນຊັບສົມບັດລວມທີ່ລໍ້າຄ່າຂອງສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດ. ກ່ຽວກັບການຮ່ວມມືເສດຖະກິດ, ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ຖືວ່າ ການຮ່ວມມືດ້ານການຄ້າ, ການລົງທຶນລະຫວ່າງສອງປະເທດໃນໄລຍະຜ່ານມາ ແມ່ນມີຄວາມຄືບໜ້າຢ່າງຕັ້ງໜ້າ; ວົງເງິນການຄ້າສອງຝ່າຍໃນປີ 2018 ບັນລຸ 106,3 ຕື້ USD. ຈີນ ຈະສືບຕໍ່ແມ່ນຄູ່ຮ່ວມມືດ້ານການຄ້າ, ການທ່ອງທ່ຽວໃຫຍ່ທີ່ສຸດຂອງຫວຽດນາມ, ພ້ອມກັນນັ້ນ, ຫວຽດນາມ ກໍຮັກສາທີ່ຕັ້ງເປັນຄູ່ຮ່ວມມືການຄ້າໃຫຍ່ທີ່ສຸດຂອງ ຈີນ ໃນພາກພື້ນ ອາຊຽນ.

        ສ່ວນທ່ານປະທານສະພາຜູ້ແທນປະຊາຊົນແຫ່ງຊາດຈີນ ລີຈານຊູ ເນັ້ນໜັກວ່າ ສອງຝ່າຍຕ້ອງຍູ້ແຮງການປະຕິບັດບົດບັນທຶກຊ່ວຍຈໍາ ວ່າດ້ວຍການເຊື່ອມຕໍ່ລະຫວ່າງ ຂອບເຂດ “ສອງແລວທາງ, ໜຶ່ງເສັ້ນທາງ” ກັບ ຂໍ້ລິເລີ່ມ “ໜຶ່ງແລວທາງ, ໜຶ່ງເສັ້ນທາງ”, ສ້າງແຜນການ, ກໍານົດບັນດາຂົງເຂດບຸລິມະສິດໃຫ້ເປັນຢ່າງດີ ແລະ ເລີ່ມຕົ້ນການເຈລະຈາດລະຫວ່າງລັດຖະບານສອງປະເທດ ກ່ຽວກັບແຜນການ ພັດທະນາພື້ນຖານໂຄງລ່າງ ໄລຍະ 5 ປີ, ສ້າງເຂດເສດຖະກິດຊາຍແດນ, ເພີ່ມທະວີການລົງທຶນ, ເຊື່ອມຕໍ່ການແລກປ່ຽນຄ້າ-ຂາຍ ບົນເນື້ອໃນຈິດໃຈສ້າງສັນ, ມີໄຫວພິບ.

        ກ່ຽວກັບບັນຫາໃນທະເລ, ສອງຝ່າຍໃຫ້ຄໍາໝັ້ນສັນຍາວ່າ ຈະສືບຕໍ່ປະຕິບັດຄວາມຮັບຮູ້ລວມຂອງການນໍາຂັ້ນສູງສອງພັກ, ສອງລັດ, “ຂໍ້ຕົກລົງວ່່າດ້ວຍບັນດາຫຼັກການພື້ນຖານ ກ່ຽວກັບການຊີ້ນໍາການແກ້ໄຂບັນດາບັນຫາຢູ່ທະເລ ລະຫວ່າງຫວຽດນາມ - ຈີນ”; ຢຶດໝັ້ນແກ້ໄຂບັນຫາຢູ່ທະເລໂດຍສັນຕິວິທີ, ເໝາະສົມກັບກົດໝາຍສາກົນ. ສອງຝ່າຍເພີ່ມທະວີການແລກປ່ຽນບັນດາມາດຕະການ ເພື່ອແນໃສ່ຮັກສາສະຖຽນລະພາບຢູ່ທະເລ, ປະຕິບັດ ຖະແຫຼງການກ່ຽວກັບການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ແລະ ລົງນາມໃນ ກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (COC) ໂດຍໄວ ເພື່ອຮັກສາສັນຕິພາບ, ສະຖຽນລະພາບຢູ່ພາກພື້ນ. 

ຕອບກັບ

ຂ່າວ/ບົດ​ອື່ນ