ທ່ານນາງ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ ຫງວຽນທິກິມ​ເງິນ ຢ້ຽມຢາມ ​ແລ​ະ ​ເຮັດ​ວຽກຢູ່ ​ແຂວງ ອານ​ຢາງ

(VOVWORLD) -  ຕອນເຊົ້າວັນທີ 30 ພະຈິກ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ໄດ້ລົງຢ້ຽມຢາມ ແລະ ເຮັດວຽກກັບກອງບັນຊາການທະຫານປ້ອງກັນຊາຍແດນ ອານຢາງ; ຢ້ຽມຢາມຮູບແບບລ້ຽງປາຈາ ດ້ວຍການໝູນໃຊ້ເຕັກໂນໂລຢີສູງທໍາອິດຢູ່ຫວຽດນາມ ຢູ່ເມືອງ ເຈົາຝູ; ຢ້ຽມຢາມຖາມຂ່າວ ແລະ ມອບຂອງຂວັນໃຫ້ບັນດາຄອບຄົວເປົ້າໝາຍນະໂຍບາຍຢູ່ແຂວງ ອານຢາງ.
ທ່ານນາງ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ ຫງວຽນທິກິມ​ເງິນ ຢ້ຽມຢາມ ​ແລ​ະ ​ເຮັດ​ວຽກຢູ່ ​ແຂວງ ອານ​ຢາງ - ảnh 1ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ເຮັດວຽກກັບກອງບັນຊາການທະຫານປ້ອງກັນຊາຍແດນ ແຂວງ ອານຢາງ (ພາບ: TTXVN)

         ກ່າວຄໍາເຫັນທີ່ການເຮັດວຽກກັບກອງບັນຊາການທະຫານປ້ອງກັນຊາຍແດນ ແຂວງ ອານຢາງ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ຮຽກຮ້ອງໃຫ້ກໍາລັງທະຫານປ້ອງກັນຊາຍແດນ ແຂວງ ອານຢາງ ຈ່ົງປະຕິບັດໜ້າທີ່ທາງການເມືອງທີ່ສໍາຄັນຄືຈັດຕັ້ງ, ຄຸ້ມຄອງ, ປົກປັກຮັກສາ ແລະ ສ້າງອະທິປະໄຕຜືນແດນດິນ, ເສັ້ນຊາຍແດນ ໃຫ້ເປັນຢ່າງດີ. ທ່ານນາງປະທານສະພາແຫ່ງຊາດກໍສະເໜີໃຫ້ ກອງບັນຊາການທະຫານປ້ອງກັນຊາຍແດນແຂວງອານຢາງ ຕໍ່ສູ້, ກໍາແໜ້ນສະພາບການຢູ່ເຂດຊາຍແດນ; ປະຕິບັດການຂີດເສັ້ນປັກຫຼັກໝາຍຊາຍແດນມີຄວາມຍາວ 30 ກິໂລແມັດທີ່ຍັງເຫຼືອກັບ ກໍາປູເຈຍໃຫ້ສໍາເລັດ.

        ແລະກໍໃນຕອນເຊົ້າຂອງວັນດຽວກັນ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ກໍໄດ້ໄປຢ້ຽມຢາມຮູບແບບລ້ຽງປາຈາ ດ້ວຍການໝູນໃຊ້ເຕັກໂນໂລຢີສູງຢູ່ ຕາແສງ ບິ່ງຝູ, ເມືອງ ເຈົາຝູ. ຫຼັງຈາກນັ້ນ, ຮອດຕອນບ່າຍຂອງວັນດຽວກັນ, ທ່ານນາງ ຫງວຽນທິກິມເງິນ ໄດ້ໄປຢ້ຽມຢາມຖາມຂ່າວ ແລະ ມອບຂອງຂວັນໃຫ້ແກ່ແມ່ຫວຽດນາມວິລະຊົນ ຕະທິບ່າຍ, ຢູ່ນະຄອນ ເຈົາດົກ ແຂວງ ອານຢາງ.


ຕອບກັບ

ຂ່າວ/ບົດ​ອື່ນ