ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່​ງ​ຊາດ​ຫວຽດ​ນາມ ຫງວຽນ​ທິ​ກິມ​ເງິນ ສິ້ນ​ສຸດ​ການ​ຢ້ຽມ​ຢາມ ສະ​ຫະ​ພັນ ລັດ​ເຊຍ ແລະ ສາ​ທາ​ລະ​ນະ​ລັດ​ ເບ​ລາ​ຣຸດ

(VOVWORLD) -   ຕອນເຊົ້າວັນທີ 15 ທັນວາ, ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ແລະ ຄະນະຜູ້ແທນຂັ້ນສູງ ສະພາແຫ່ງຊາດຫວຽດນາມ ໄດ້ກັບເມືອຮອດ ສະໜາມບິນສາກົນ ໂນ້ຍບາຍ, ຮ່າໂນ້ຍ, ສິ້ນສຸດການຢ້ຽມຢາມ ສະຫະພັນ ລັດເຊຍ ແລະ ສາທາລະນະລັດ ເບລາຣຸດ ໃນລະຫວ່າງວັນທີ 8 – 14 ທັນວາ ຢ່າງຈົບງາມ.
ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່​ງ​ຊາດ​ຫວຽດ​ນາມ ຫງວຽນ​ທິ​ກິມ​ເງິນ ສິ້ນ​ສຸດ​ການ​ຢ້ຽມ​ຢາມ ສະ​ຫະ​ພັນ ລັດ​ເຊຍ ແລະ ສາ​ທາ​ລະ​ນະ​ລັດ​ ເບ​ລາ​ຣຸດ - ảnh 1ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ແລະ ທ່ານປະທານສະພາຕ່ຳ ສະຫະພັນ ລັດເຊຍ V. Volodin

ການຢ້ຽມຢາມ ສະຫະພັນ ລັດເຊຍ ແລະ ສາທາລະນະລັດ ເບລາຣຸດ ຢ່າງເປັນທາງການຂອງທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ບັນລຸໄດ້ໝາກຜົນສຳຄັນຫຼາຍຢ່າງ; ປະກອບສ່ວນເຂົ້າໃນການເພີ່ມທະວີການເພີ່ມພູນຄູນສ້າງສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງຫວຽດນາມ - ສະຫະພັນ ລັດເຊຍ ໃຫ້ຫຼາຍກວ່າອີກ, ພ້ອມທັງຫັນບັນດາເນື້ອໃນຂອງຂໍ້ຕົກລົງວ່າດ້ວຍການຮ່ວມມືລະຫວ່າງ ອົງການນິຕິບັນຍັດຂອງ 2 ປະເທດ ກ່ຽວກັບການຮ່ວມມືລັດຖະສະພາເປັນລະອຽດ; ເພີ່ມທະວີການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືໃນຫຼາຍດ້ານລະຫວ່າງຫວຽດນາມ - ເບລາຣຸດ ແລະ ສືບຕໍ່ຜັນຂະຫຍາຍຂໍ້ຕົກລົງວ່າດ້ວຍການຮ່ວມມືລະຫວ່າສະພາແຫ່ງຊາດຫວຽດນາມ ແລະ ສະພາແຫ່ງຊາດ ເບລາຣຸດ.

ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່​ງ​ຊາດ​ຫວຽດ​ນາມ ຫງວຽນ​ທິ​ກິມ​ເງິນ ສິ້ນ​ສຸດ​ການ​ຢ້ຽມ​ຢາມ ສະ​ຫະ​ພັນ ລັດ​ເຊຍ ແລະ ສາ​ທາ​ລະ​ນະ​ລັດ​ ເບ​ລາ​ຣຸດ - ảnh 2 ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ  ແລະ ທ່ານສະພາສູງ ເບຣາຣຸດ Matalia Kochanova

        ກ່ອນທີ່ຈະສິ້ນສຸດການຢ້ຽມຢາມ ສ.ເບລາຣຸດ ຢ່າງເປັນທາງການ, ຕອນບ່າຍວັນທີ 14 ທັນວາ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ໄດ້ແວ່ຢ້ຽມຢາມຫ້ອງຮຽນສອນພາສາຫວຽດນາມ ໃຫ້ແກ່ລູກຫຼານຊາວຫວຽດນາມ ອາໄສຢູ່ນະຄອນຫຼວງ Minks, ເບລາຣຸດ. ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ສະແດງຄວາມປິຕິຊົມຊື່ນຕໍ່ຄວາມມານະພະຍາຍາມຂອງບັນດາຄອບຄົວ, ສະຖານທູດ, ຄະນະບໍລິຫານງານສະມາຄົມຊາວຫວຽດນາມ ອາໄສຢູ່ ເບລາຣຸດ, ການໜູນຊ່ວຍຂອງອຳນາດການປົກຄອງໃນການຮັກສາຫ້ອງຮຽນສອນພາສາຫວຽດ ຢູ່ທີ່ນີ້. ທ່ານນາງ ຕີລາຄາວ່າ:

        “ດ້ວຍການໜູນຊ່ວຍ, ອຳນວຍຄວາມສະດວກຂອງອຳນາດການປົກຄອງທ້ອງຖິ່ນ ແລະ ຄະນະອຳນວຍການໂຮງຮຽນ, ບັນດາຫຼານນ້ອຍ ໄດ້ຮຽນພາສາຫວຽດ ໃນສະພາບແວດລ້ອມທີ່ທັນສະໄໝ ແລະ ສະດວກຄືແນວນີ້. ຂ້າພະເຈົ້າຫວັງວ່າ ສະມາຄົມ ຊາວຫວຽດນາມ ຢູ່ ເບລາຣຸດ ຈະສືບຕໍ່ໃຫ້ການໜູນຊ່ວຍຢ່າງເຕັມທີ, ໂດຍສະເພາະແມ່ນລະດົມກຳລັງໃຈບັນດາຄອບຄົວທີ່ມີລູກພວມຮຽນພາສາຫວຽດ ເພື່ອສືບຕໍ່ຖ່າຍທອດພາສາຫວຽດໃຫ້ແກ່ຄົນລຸ້ນໜຸ່ມ, ລຸ້ນທີ 3, ລຸ້ນທີ 4 ຂອງປະຊາຄົມຊາວຫວຽດນາມ ອາໄສຢູ່ ເບລາຣຸດ”.


 

ຕອບກັບ

ຂ່າວ/ບົດ​ອື່ນ