ທ່ານ​ນາງ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ ຫງວຽນທິກິມ​ເງິນ ​ເຂົ້າ​ຮ່ວມ​ພິທີ​ໄຂ​ກອງ​ປະຊຸມ​ສະພາ​ປະຊາຊົນ​ນະຄອນ​ຮ່າ​ໂນ້ຍ

(VOVWORLD) -        ຕອນເຊ້ົາວັນທີ 6 ກໍລະກົດ, ສະພາປະຊາຊົນນະຄອນຮ່າໂນ້ຍ ໄດ້ດໍາເນີນພິທີໄຂກອງປະຊຸມຄັ້ງທີີ 15, ສະພາປະຊາຊົນຊຸດທີ 15, ອາຍຸການ 2016 – 2021.
ທ່ານ​ນາງ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ ຫງວຽນທິກິມ​ເງິນ ​ເຂົ້າ​ຮ່ວມ​ພິທີ​ໄຂ​ກອງ​ປະຊຸມ​ສະພາ​ປະຊາຊົນ​ນະຄອນ​ຮ່າ​ໂນ້ຍ - ảnh 1     ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ກ່າວຄໍາເຫັນທີ່ກອງປະຊຸມ (ພາບ:TTXVN) 

        ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ໄດ້ຕີລາຄາສູງເສດຖະກິດຂອງນະຄອນຮ່າໂນ້ຍໃນໄລຍະ 6 ເດືອນຕົ້ນປີ 2020 ສືບຕໍ່ເຕີບໂຕ, ຍອດຜະລິດຕະພັນພາຍໃນບໍລິເວນຮ່າໂນ້ຍ ຄາດວ່າເພີ່ມຂຶ້ນ 3,39% ເຊິ່ງສູງກວ່າ ລະດັບ 1,81% ຍອດຜະລິດຕະພັນພາຍໃນປະເທດ. ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ປາດຖະໜາວ່າ ນະຄອນ ຮ່າໂນ້ຍ ສືບຕໍ່ຍູ້ແຮງການປະຕິຮູບ, ຫັນລະບຽບການບໍລິຫານເປັນງ່າຍດາຍ, ປົວແປງສະພາບແວດລ້ອມດໍາເນີນທຸລະກິດ, ສຸມໃສ່ແກ້ໄຂບັນດາຂໍ້ຕິດຂັດ, ບັນຫາຮ້ອນເຮັ່ງ, ສ້າງເງື່ອນໄຂສະດວກໃຫ້ແກ່ນັກລົງທຶນ, ວິສາຫະກິດ. ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ເນັ້ນໜັ້ກວ່າ:

        “ຕ້ອງຍົກສູງປະສິດທິຜົນຂອງໜ້າທີ່ຕິດຕາມກວດກາ ເພື່ອແນໃສ່ຍົກສູງປະສິດທິພາບ, ປະສິດທິຜົນການເຄື່ອນໄຫວຂອງກົງຈັກອໍານາດປົກຄອງນະຄອນຮ່າໂນ້ຍ. ສຸມໃສ່ການຕິດຕາມກວດກາບັນດາບັນຫາສໍາຄັນ, ບັນຫາທີ່ປະຊາຊົນພວມສົນໃຈ, ເປັນເຈົ້າການສົມທົບກັບ ແນວໂຮມປະເທດຊາດ, ໝູ່ຄະນະ, ອົງການສື່ມວນຊົນ, ພ້ອມກັບປະຊາຊົນພິຈາລະນາ ແລະ ແກ້ໄຂບັນດາຂໍ້ສະເໜີແນະຂອງຜູ້ມີສິດເລືອກຕັ້ງ ແລະ ບັນດາບົດສະຫຼຸບພາຍຫຼັງການຕິດຕາມກວດກາຢ່າງສົມເຫດສົມຜົນ. ພ້ອມກັນນັ້ນ, ສືບຕໍ່ປະຕິບັດວຽກງານພົບປະກັບຜູ້ມີສິດເລືອກຕັ້ງໃຫ້ເປັນຢ່າງດີ ເພື່ອກໍາແໜ້ນຄວາມໃນໃຈ, ຄວາມມຸ່ງຫວັງຂອງປະຊາຊົນ ປະກອບສ່ວນຍົກສູງທີ່ຕັ້ງ ແລະ ປະສິດທິຜົນການເຄື່ອນໄຫວຂອງສະພາປະຊາຊົນຕື່ມອີກ.


ຕອບກັບ

ຂ່າວ/ບົດ​ອື່ນ