ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ເຄື່ອນໄຫວຢ້ຽມຢາມເກີນເທີ


ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ເຄື່ອນໄຫວຢ້ຽມຢາມເກີນເທີ - ảnh 1
ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ຫງວຽນ​ທິ​ກິມ​ເງິນ ໄດ້​ເຂົ້າ​ຮ່ວມ​ພິ​ທີ​ມອບ​ນ້ຳ​ນົມ​ໃຫ້​ເດັກ​ຢູ່​ນະ​ຄອນ​ເກີນ​ເທີ

(vovworld)- ຕອນ​ເຊົ້າ​ວັນ​ທີ 16/10, ຢູ່​ໂຮງ​ຮຽນ​ປະ​ຖົມ ຢາຍ​ຊວນ 1, ເມືອງ​ຟອງ​ດຽນ, ນະ​ຄອນ​ເກີນ​ເທີ, ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ຫງວຽນ​ທິ​ກິມ​ເງິນ ໄດ້​ເຂົ້າ​ຮ່ວມ​ພິ​ທີ​ມອບ​ນ້ຳ​ນົມ​ໃຫ້​ເດັກ​ຢູ່​ນະ​ຄອນ​ເກີນ​ເທີ, ດ້ວ​ຍນ້ຳ​ນົມ 87.000 ຈອກ ຕົກ​ເປັນ​ມູນ​ຄ່າ 550 ລ້ານ​ດົງ, ໂດຍກອງ​ທຶນ​ນ້ຳ​ນົມ​ບືນ​ຕົວ​ຫວຽດ​ນາມ​ຈັດ​ຂຶ້ນ.

     ກ່ອນ​ໜ້ານັ້ນ, ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ຫງວຽນ​ທິ​ກິມ​ເງິນກໍ​ໄດ້​ເຂົ້າ​ຮ່ວມລາຍ​ການ​ສິ​ລະ​ປະ ແລະ ປຸກ​ລະ​ດົມ​ລາຍ​ການ “ ເສັ້​ນ ທາງເຊື່ອມ​ຕໍ່​ຄວາມ​ຮັກ​ແພງ 2016”. ລາຍ​ການ​ຖືກ​ຈັດ​ຂຶ້ນ​ຢູ່ນ​ະ​ຄອນ​ເກີນ​ເທີ ໂດຍກອງ​ທຶນ​ຊ່ວຍ​ເຫຼືອ​ເດັກ​ຫວຽດ​ນາມ, ພະ​ແນກ​ແຮງງານ-ທະ​ຫານ​ເສຍ​ອົງ​ຄະ​ ແລະ ສັງຄົມນະ​ຄອນ​ໂຮ່​ຈິ​ມິນ​ສົມ​ທົມ​ກັບ​ບໍ​ລິ​ສັດ​ຫຸ້ນ​ສ່ວນ​ສື່​ສານ ແລະ ບັນ​ເທິງ ອາ​ລາດ​ກາ ຈັດ​ຕັ້ງ​ຂຶ້ນ. ລາຍ​ການ​ມອບ​ທຶນ​ສຶກ​ສາ 110 ທຶນ​ໃຫ້​ແກ່​ບັນ​ດາ​ນັກ​ຮຽນ​ທີ່​ໄດ້​ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ​ຂອງ​ນະ​ຄອນ.
ຂ່າວ/ບົດ​ອື່ນ