ທ່ານນາງປະທານສະພາແຫ່ງຊາດຫວຽດນາມຕ້ອນຮັບທ່ານປະທານສະພາແຫ່ງຊາດສເກົາຫລີ

(VOVWORLD) -ໃນຂອບເຂດບັນດາການເຄື່ອນໄຫວເຂົ້າຮ່ວມກອງປະຊຸມ IPU 137 ຢູ່ນະຄອນ Saint Petersburg ສະຫະພັນລັດເຊຍ, ຕອນສວາຍ ວັນທີ 15 ຕຸລາ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກີມເງິນ ໄດ້ພົບປະກັບທ່ານປະທານສະພາແຫ່ງຊາດ ສເກົາຫລີ Chung Sye Kyun. 
ທ່ານນາງປະທານສະພາແຫ່ງຊາດຫວຽດນາມຕ້ອນຮັບທ່ານປະທານສະພາແຫ່ງຊາດສເກົາຫລີ - ảnh 1ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກີມເງິນ ຕ້ອນຮັບທ່ານປະທານສະພາແຫ່ງຊາດ            ສເກົາຫລີ     Chung Sye Kyun.  

ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກີມເງິນ ຖືວ່າ: ສອງຝ່າຍຄວນເພີ່ມທະວີ, ປັບປຸງ, ເປີດກວ້າງການຮ່ວມມື, ນຳການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ສເກົາຫລີ ເຂົ້າສູ່ລວງເລິກ, ເພື່ອຜົນຂະປະໂຫຍດແທດຈິງຂອງປະຊາຊົນສອງປະເທດ. ສອງສະພາແຫ່ງຊາດສືບຕໍ່ພົວພັນແລກປ່ຽນ, ຮ່ວມມື, ສົມທົບກັນຕິດຕາມກວດກາການປະຕິບັດບັນດາຂໍ້ຕົກລົງທີ່ໄດ້ລົງນາມລະຫວ່າງສອງປະເທດ, ສະຫນັບສະຫນູນລັດຖະບານສອງປະເທດຮ່ວມມືໃນທຸກຂົງເຂດ. ສອງປະເທດເພີ່ມທະວີການແລກປ່ຽນຄະນະຜູ້ແທນ, ແລກປ່ຽນບົດຮຽນການເຄື່ອນໄຫວລັດຖະສະພາລະຫວ່າງບັນດາອົງການ, ສະມາຊິກສະພາແຫ່ງຊາດຂອງສະພາແຫ່ງຊາດສອງປະເທດ, ຊຸກຍູ້ການເຄື່ອນໄຫວ ແລະ ເສີມຂະຫຍາຍບົດບາດເປັນຂົວຕໍ່ຂອງສອງກຸ່ມລັດຖະສະພາມິດຕະພາບ. ເນື່ອງໃນໂອກາດນີ້, ຕາງຫນ້າສະພາແຫ່ງຊາດຫວຽດນາມ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກີມເງິນ ໄດ້ເຊີນການນຳສະພາແຫ່ງຊາດ ສເກົາຫລີ ແລະ ຄະນະຜູ້ແທນຂັ້ນສູງເຂົ້າຮ່ວມເວທີປາໄສລັດຖະສະພາ ອາຊີ ປາຊີຟີກ ຄັ້ງທີ 26 ຈັດຂຶ້ນຢູ່ ຮ່າໂນ້ຍ ແຕ່ວັນທີ 18-21/01/2018.

ຕອບກັບ

ຂ່າວ/ບົດ​ອື່ນ