ທ່ານນາງປະທານສະພາແຫ່ງຊາດຫວຽດນາມຕ້ອນຮັບບັນດາເອກອັກຄະລັດຖະທູດຫວຽດນາມຢູ່ຕ່າງປະເທດ

(VOVWORLD) -ຕອນບ່າຍວັນທີ 13 ກຸມພາ ທີ່ສຳນັກງານສະພາແຫ່ງຊາດ, ທ່ານນາງ ປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກີມເງິນ ໄດ້ຕ້ອນຮັບບັນດາເອກອັກຄະລັດຖະທູດ ຫວຽດນາມ ປະຈຳຕ່າງປະເທດ ກ່ອນທີ່ເດີນຫນ້າຮັບຫນ້າທີ່. 
ທ່ານນາງປະທານສະພາແຫ່ງຊາດຫວຽດນາມຕ້ອນຮັບບັນດາເອກອັກຄະລັດຖະທູດຫວຽດນາມຢູ່ຕ່າງປະເທດ - ảnh 1ທ່ານນາງປະທານສະພາແຫ່ງຊາດຫວຽດນາມຕ້ອນຮັບບັນດາເອກອັກຄະລັດຖະທູດຫວຽດນາມຢູ່ຕ່າງປະເທດ (ພາບ: Quochoi.vn)

ກ່າວຄຳເຫັນທີ່ການຕ້ອນຮັບ, ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກີມເງິນ ເນັ້ນຫນັກວ່າ: ບັນດາທ່ານເອກອັກຄະລັດຖະທູດ, ຫົວຫນ້າຜູ້ຕາງຫນ້າຫວຽດນາມ ຢູ່ ຕ່າງປະເທດ ຄວນແກ້ໄຂວຽກງານກ່ຽວຂ້ອງເຖິງການພົວພັນລະຫວ່າງ ຫວຽດນາມ ກັບບັນດາປະເທດຄູ່ຮ່ວມມື ໃຫ້ເປັນຢ່າງດີ, ກາຍເປັນຂົວຕໍ່ມິດຕະພາບການຮ່ວມມືພັດທະນາໃນການພົວພັນກັບບັນດາປະເທດ. ທ່ານນາງປະທານສະພາແຫ່ງຊາດ ປາດຖະຫນາຢາກທ່ານເອກອັກຄະລັດຖະທູດ ແຕ່ລະຄົນຕ້ອງຊາບຊືມ ທັດສະນະ ແຜນນະໂຍບາຍຂອງພັກ ແລະ ລັດ, ແນວທາງການຕ່າງປະເທດ ເອກະລາດ, ເປັນເຈົ້າ ຫລາຍຮູບຫລາຍແບບຫລາຍຝ່າຍ ໃຫ້ຄົບຖ້ວນ ເລິກເຊິ່ງ ແມ່ນສະມາຊິກຕັ້ງຫນ້າໃນປະຊາຄົມສາກົນ.

ຕອບກັບ

ຂ່າວ/ບົດ​ອື່ນ