ທ່ານນາງປະທານສະພາແຫ່ງຊາດຫວຽດນາມພົບປະແລກກັບທ່ານເລຂາທິການໃຫຍ່, ປະທານປະເທດຈີນ

(VOVWORLD) -ວັນທີ 12 ພະຈິກ ຢູ່ ຮ່າໂນ້ຍ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ໄດ້ມີການພົບປະກັບທ່ານເລຂາທິການໃຫຍ່, ປະທານປະເທດຈີນ ສີຈິ້ນຜິງ. 
ທ່ານນາງປະທານສະພາແຫ່ງຊາດຫວຽດນາມພົບປະແລກກັບທ່ານເລຂາທິການໃຫຍ່, ປະທານປະເທດຈີນ - ảnh 1 ທ່ານນາງປະທານສະພາແຫ່ງຊາດຫວຽດນາມຫງວຽນທິກິມເງິນ ພົບປະແລກກັບທ່ານເລຂາທິການໃຫຍ່, ປະທານປະເທດຈີນ ສີຈິ້ນຜິງ

ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຢືນຢັນ: ຫວຽດນາມ ມີຄວາມປາດຖະຫນາ ແລະ ສະຫນັບສະຫນູນ ຈີນ ພັດທະນາຍິ່ງໃຫຍ່, ເຂັ້ມແຂງ, ເສີມຂະຫຍາຍບົດບາດຕັ້ງຫນ້າ ແລະປະກອບສ່ວນຢ່າງແທດຈິງໃຫ້ແກ່ສັນຕິພາບ ແລະ ວັດທະນາຖາວອນຂອງພາກພື້ນ ແລະໃນໂລກ. ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ສະເຫນີ ສອງຝ່າຍຮັກສາການແລກປ່ຽນແລະພົບປະລະຫວ່າງການນຳຂັ້ນສູງສອງປະເທດເປັນປະຈຳ, ແລກປ່ຽນ, ຊີ້ນຳແກ້ໄຂບັນດາບັນຫາສຳຄັນຍິ່ງໃນການພົວພັນລະຫວ່າງສອງປະເທດຢ່າງທັນການ, ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ຊຸກຍູ້ການຮ່ວມມືຢ່າງເລິກເຊິ່ງ, ຮັກສານ້ຳໃຈມິດຕະພາບ ແລະ ທ່າພັດທະນາຢ່າງປອດໃສ, ສະຖຽນລະພາບຂອງການພົວພັນຫວຽດນາມ - ຈີນ. ທ່ານເລຂາທິການໃຫຍ່, ປະທານປະເທດຈີນ ສີຈິ້ນຜິງ ເຫັນດີ ຄວນປັບປຸງ ແລະ ເສີມຂະຫຍາຍການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງສອງປະເທດຢ່າງບໍ່ຢຸດຢັ້ງ, ເພີ່ມທະວີການພົບປະແລກປ່ຽນຜູ້ແທນຂັ້ນສູງ, ຊຸກຍູ້ບັນດາຂົງເຂດຮ່ວມມືຢ່າງແທດຈິງ, ຊຸກຍູ້ດ້ານການຄ້າໃຫ້ພັດທະນາຢ່າງດຸ່ນດ່ຽງ, ໝັ້ນຄົງກໍ່ຄືບັນດາຂົງເຂດພື້ນຖານໂຄງລ່າງ, ກຳລັງຄວາມສາມາດການຜະລິດ, ການກໍ່ສ້າງເຂດຮ່ວມມືເສດຖະກິດຜ່ານຊາຍແດນ ແລະ ບັນດາໂຄງການໃຫຍ່, ເປີດກວ້າງການພົບປະແລກປ່ຽນປະຊາຊົນ, ລະຫວ່າງຊາວຫນຸ່ມສອງປະເທດ, ບັນດາອົງການສື່ມວນຊົນເພື່ອແນໃສ່ເພິ່ມທະວີຄວາມເຂົ້າອົກເຂົ້າໃຈເຊິ່ງກັນ ແລະກັນ, ພ້ອມກັນຄວບຄຸມຄວາມບໍ່ລົງລອຍກັນເປັນຢ່າງດີ. 

ຕອບກັບ

ຂ່າວ/ບົດ​ອື່ນ