ທ່ານນາງປະທານສະພາແຫ່ງຊາດຫວຽດນາມສິ້ນສຸດການຢ້ຽມຢາມສິງກະໂປ,ອົດສະຕາລີ

(VOVWORLD) -ຕອນບ່າຍວັນທີ 2 ທັນວາ, ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດຫວຽດນາມ ໂດຍທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ນຳຫນ້າ ໄດ້ມາຮອດຮ່າໂນ້ຍ, ສິ້ນສຸດການຢ້ຽມຢາມ ສິງກະໂປ ແລະ ອົດສະຕາລີ ຢ່າງເປັນທາງການ. 

ທ່ານນາງປະທານສະພາແຫ່ງຊາດຫວຽດນາມສິ້ນສຸດການຢ້ຽມຢາມສິງກະໂປ,ອົດສະຕາລີ - ảnh 1ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ  ພົບປະກັບທ່ານ ນາຍົກລັດຖະມົນຕີ ສິງກະໂປ          ຫລີຊຽນຫລົງ

ພາບ:vov

ການຢ້ຽມຢາມໄດ້ຮັບການຕີລາຄາວ່າ ໄດ້ສ້າງຂີດໝາຍໃນການພົວພັນສະພາແຫ່ງຊາດ ແລະ ມີປະສິດທິຜົນຢ່າງແທດຈິງ ເພື່ອແນໃສ່ຍູ້ແຮງການພົວພັນສອງຝ່າຍໃນຫລາຍຂົງເຂດ. ພິເສດ ການຢ້ຽມຢາມນີ້ກໍ່ໄດ້ເປີດບັນດາກາລະໂອກາດໃຫມ່ໃຫ້ແກ່ວິສາຫະກິດສອງປະເທດ.

ຕາມທ່ານ ຫງວຽນວັນເຢົາ ຫົວຫນ້າກຳມາທິການການຕ່າງປະເທດແລ້ວ, ບັນດາການນຳຂັ້ນສູງ ສິງກະໂປ ຖືການຢ້ຽມຢາມຂອງທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກີມເງິນ ເປັນສຳຄັນພິເສດ, ການນຳສິງກະໂປທັງໝົດລ້ວນແຕ່ຕີລາຄາສູງເລື່ອງຫວຽດນາມ ຈັດຕັ້ງສັບປະດາຂັ້ນສູງ APEC 2017 ປະສົບຜົນສຳເລັດ.

ໃນຂອບເຂດການຢ້ຽມຢາມສິງກະໂປ, ມີ 35 ວິສາຫະກິດຫວຽດນາມ ແລະ ກວ່າ 100 ວິສາຫະກິດ ສິງກະໂປ ໄດ້ເຂົ້າຮ່ວມການໂອ້ລົມສົນທະນາວິສາຫະກິດ.ນະທີ່ນີ້ ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກີມເງິນ ໄດ້ມີບົດກ່າວປາໄສຮຽກຮ້ອງການລົງຈາກບັນດາວິສາຫະກິດ ສິງກະໂປ.

ໃນການຢ້ຽມຢາມ ອົດສະຕາລີ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກີມເງິນ ໄດ້ມີການພົບປະສອງຝ່າຍ 10 ຄັ້ງກັບການນຳຂັ້ນສູງສະພາແຫ່ງຊາດ, ລັດຖະບານ ແລະ ລັດຕາເວັນຕົກຂອງ ອົດສະຕາລີ. ຕາມທ່ານ ໂງເຮືອງນາມ, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອົດສະຕາລີ ແລ້ວ, ການຢ້ຽມຢາມຄັ້ງນີ້ໄດ້ສ້າງຂີດໝາຍໃຫມ່ໃຫ້ແກ່ການພົວພັນສອງປະເທດ.

        “ຂ້າພະເຈົ້າຄິດວ່າ ສິ່ງປະທັບໃຈທີ່ສຸດໃນການຢ້ຽມຢາມອົດສະຕາລີຄັ້ງນີ້ ນັ້ນແມ່ນ ທ່ານປະທານສະພາສູງ ອົດສະຕາລີ ໄດ້ເຊີນທ່ານນາງປະທານສະພາແຫ່ງຊາດຫວຽດນາມ ເປັນປະທານຮ່ວມວາລະອະພິປາຍທີ່ແກ່ຍາວ 30 ນາທີ. ຂ້າພະເຈົ້າຖືວ່າ ນີ້ແມ່ນຄວາມເຄົາລົບນັບຖືສຳລັບທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຊື່ງອົດສະຕາລີ ບໍ່ເຄີຍປະຕິບັດກັບປະເທດໃດ.”

ຜ່ານການເຄື່ອນໄຫວ, ພົບປະຂັ້ນສູງຄັ້ງຕ່າງໆ, ການນຳ ຫວຽດນາມ ແລະ ອົດສະຕາລີ ເປັນເອກະພາບວ່າ ໃນໄລຍະຈະມາເຖິງ ຈະແລກປ່ຽນຄະນະຜູ້ແທນຂັ້ນສູງ, ບັນດາອົງການຂອງສະພາແຫ່ງຊາດເປັນປະຈຳ ເພື່ອແນໃສ່ເສີມຂະຫຍາຍບັນດາໝາກຜົນອັນດີງາມຂອງການພົວພັນຮ່ວມມືຍຸດທະສາດໃນໄລຍະຜ່ານມາ ແລະ ເພີ່ມທະວີການພົບປະປະຊາຊົນ.

ຕອບກັບ

ຂ່າວ/ບົດ​ອື່ນ