ທ່ານນາງປະທານສະພາແຫ່ງຊາດຫວຽດນາມຫງວຽນທິກີມເງິນຈະເຂົ້າຮ່ວມກອງປະຊຸມ AIPA ຄັ້ງທີ 40 ແລະຢ້ຽມຢາມລາຊະອານາຈັກໄທ ຢ່າງເປັນທາງການ

(VOVWORLD) -ຄະນະຜູ້ແທນຂັ້ນສູງຂອງສະພາແຫ່ງຊາດຫວຽດນາມໄປເຂົ້າຮ່ວມກອງປະຊຸມລັດຖະສະພາອາຊຽນ ຄັ້ງທີ 40 (AIPA 40) ແລະຢ້ຽມຢາມລາຊະອານາຈັກໄທ ຢ່າງເປັນທາງການເລີ່ມແຕ່ວັນທີ 25-30 ສິງຫາ 2019.

ທ່ານນາງປະທານສະພາແຫ່ງຊາດຫວຽດນາມຫງວຽນທິກີມເງິນຈະເຂົ້າຮ່ວມກອງປະຊຸມ AIPA ຄັ້ງທີ 40 ແລະຢ້ຽມຢາມລາຊະອານາຈັກໄທ ຢ່າງເປັນທາງການ - ảnh 1 ທ່ານນາງຫງວຽນທິກີມເງິນປະທານສະພາແຫ່ງຊາດຫວຽດນາມ (ພາບ:quochoi.vn)

ອີງຕາມແຈ້ງການຂອງກຳມາທິການຕ່າງປະເທດຂອງສະພາແຫ່ງຊາດຫວຽດນາມໃຫ່ຮູ້ວ່າ: ໂດຍຕອບຮັບຄຳເຊີນຂອງທ່ານ ຊວນຫຼີກໄພ, ປະທານສະພາຜູ້ແທນລາຊະດອນແຫ່ງລາຊະອານາຈັກໄທ, ປະທານກອງປະຊຸມAIPA ຄັ້ງທີ 40,ທ່ານນາງຫງວຽນທິກີມເງິນປະທານສະພາແຫ່ງຊາດຫວຽດນາມຈະໄດ້ນຳໜ້າຄະນະຜູ້ແທນຂັ້ນສູງຂອງສະພາແຫ່ງຊາດຫວຽດນາມໄປເຂົ້າຮ່ວມກອງປະຊຸມລັດຖະສະພາອາຊຽນ ຄັ້ງທີ 40 (AIPA 40) ແລະຢ້ຽມຢາມລາຊະອານາຈັກໄທ ຢ່າງເປັນທາງການເລີ່ມແຕ່ວັນທີ 25-30 ສິງຫາ 2019.

  

ຕອບກັບ

ຂ່າວ/ບົດ​ອື່ນ