ທ່ານນາງປະທານສະພາແຫ່ງຊາດຫວຽດນາມຫງວຽນທິກີມເງິນພົບປະສົນທະນາກັບ ທ່ານເລຂາທິການໃຫ່ຍ, ປະທານປະເທດລາວ

(VOVWORLD) - ຕອນບ່າຍວັນທີ 28 ຕຸລາ, ທີ່ ນະຄອນຫຼວງຮ່າໂນ້ຍ, ທ່ານນາງຫງວຽນທິກີມເງິນປະທານສະພາແຫ່ງຊາດຫວຽດນາມໄດ້ພົບປະສົນທະນາກັບທ່ານເລຂາທິການໃຫ່ຍ, ປະທານປະເທດແຫ່ງ ສປປ.ລາວ ບຸນຍັງ ວໍລະຈິດ ແລະ ຄະນະຜູ້ແທນຂັ້ນສູງຂອງພັກ, ລັດແຫ່ງ ສປປ.ລາວ ເນື່ອງໃນໂອກາດທີ່ຄະນະເດີນທາງມາເຂົ້າຮ່ວມພິທີສະເຫຼີມສະຫຼອງວັນສ້າງຕັ້ງທະຫານອາສາສະໝັກ ແລະ ນັກຊ່ຽວຊານຫວຽດນາມຢູ່ ລາວຄົບຮອບ 70 ປີ (30/10/1949-30/10/2019). 
ທ່ານນາງປະທານສະພາແຫ່ງຊາດຫວຽດນາມຫງວຽນທິກີມເງິນພົບປະສົນທະນາກັບ ທ່ານເລຂາທິການໃຫ່ຍ, ປະທານປະເທດລາວ - ảnh 1 ທ່ານນາງປະທານສະພາແຫ່ງຊາດຫວຽດນາມຫງວຽນທິກີມເງິນພົບປະສົນທະນາກັບ ທ່ານເລຂາທິການໃຫ່ຍ, ປະທານປະເທດລາວ (ພາບ: VOV)

ກ່າວທີ່ການພົບປະສົນທະນາ, ທ່ານນາງຫງວຽນທິກີມເງິນ ປະທານສະພາແຫ່ງຊາດຫວຽດນາມ ຢັ້ງຢືນວ່າ: ພາຍຫຼັງ 70 ປີ, ນີ້ແມ່ນກາລະໂອກາດອັນດີທີ່ ຫວຽດນາມ-ລາວໄດ້ຫວນຄືນເຖິງມູນເຊື້ອອັນສະຫງ່າອົງອາດຂອງ ທະຫານອາສາສະໝັກທີ່ໄດ້ຄຽງບ່າຄຽງໄຫຼ່ຕໍ່ສູ້ເພື່ອເອກະລາດ, ເສລີພາບຂອງແຕ່ລະປະເທດ, ເພື່ອຄວາມຜາສຸກຂອງປະຊາຊົນ. ທ່ານນາງປະທານສະພາແຫ່ງຊາດຫວຽດນາມໄດ້ຖືວ່າບັນດານັກຮົບທະຫານອາສາສະໝັກ ກ່ອນນັ້ນ, ປັດຈຸບັນນີ້, ອາຍຸກໍ່ສູງແລ້ວ, ສຸຂະພາບບໍ່ແຂງແຮງປານໃດແຕ່ເຖິງຢ່າງໃດຄວາມຊົງຈຳໃນໄລຍະນັ້ນກໍ່ບໍ່ອາດຫຼົງລືມໃນໃຈຂອງພວກທ່ານໄດ້. ຄວາມຈິງແລ້ວ, ພວກທ່ານແມ່ນບັນດາຜູ້ທີ່ເພີ່ມພູນຄູນສ້າງສາຍພົວພັນໃຫ້ແກ່ ສອງພັກ, ສອງລັດ ແລະ ປະຊາຊົນທັງສອງປະເທດພັດທະນາຢ່າງໝັ້ນຄົງ.

        ທ່ານ ບຸນຍັງ ວໍລະຈິດ ເລຂາທິການໃຫ່ຍ, ປະທານປະເທດແຫ່ງ ສປປ.ລາວ ມີຄວາມປາດຖະໜາຢາກໃຫ້ ສະພາແຫ່ງຊາດທັງສອງປະເທດພ້ອມກັນແບ່ງປັນບົດຮຽນເພື່ອການເຄື່ອນໄຫວສ້າງກົດໝາຍ ແລະ ຕິດຕາມກວດກາໃຫ້ນັບມື້ນັບດີຂຶ້ນ. ທ່ານສະເໜີໃຫ້ ຫວຽດນາມ-ລາວມີການເຄື່ອນໄຫວຢ່າງແທດຈິງ, ແນໃສ່ການໂຄສະນາເຜີຍແຜ່ໃຫ້ຄົນຮຸ່ນໜຸ່ມເຂົ້າໃຈ, ຮັດແໜ້ນສາຍພົວພັນລະຫວ່າງສອງຊາດກວ່າອີກ.

 

ຕອບກັບ

ຂ່າວ/ບົດ​ອື່ນ