ທ່ານນາງປະທານສະພາແຫ່ງຊາດຫວຽດນາມອວຍພອນບຸນເຕັດການນຳສະພາແຫ່ງຊາດ,ພະນັກງານຫ້ອງວ່າການສະພາແຫ່ງຊາດ

(VOVWORLD) -ຕອນເຊົ້າວັນທີ 13 ກຸມພາ ຢູ່ ຮ່າໂນ້ຍ, ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກີມເງິນ ໄດ້ພົບປະ, ອວຍພອນບຸນເຕັດບັນດາຮອງປະທານສະພາແຫ່ງຊາດ, ບັນດາກຳມະການປະຈຳສະພາແຫ່ງຊາດ, ປະຈຳສະພາຊົນເຜົ່າ, ບັນດາກຳມາທິການຂອງສະພາແຫ່ງຊາດ, ຫ້ອງວ່າການສະພາແຫ່ງຊາດ ແລະ ບັນດາອົງການຂອງຄະນະປະຈຳສະພາແຫ່ງຊາດ ພ້ອມກັບພະນັກງານ, ລັດຖະກອນທັງໝົດຂອງສະພາແຫ່ງຊາດ.
ທ່ານນາງປະທານສະພາແຫ່ງຊາດຫວຽດນາມອວຍພອນບຸນເຕັດການນຳສະພາແຫ່ງຊາດ,ພະນັກງານຫ້ອງວ່າການສະພາແຫ່ງຊາດ - ảnh 1ທ່ານນາງ ຫງວຽນທິກີມເງິນ ອວຍພອນບຸນເຕັດ 

ທ່ານນາງ ຫງວຽນທິກີມເງິນ ປາດຖະຫນາວ່າ ປີ 2018, ສະພາແຫ່ງຊາດ ສືບຕໍ່ແມ່ນກຸ່ມກ້ອນມະຫາສາມັກຄີ, ເອກະພາບກ່ຽວກັບເຈດຈຳນົງ ແລະ ການກະທຳ. ບັນດາອົງການຂອງສະພາແຫ່ງຊາດ ມີຄວາມສາມັກຄີພ້ອມກັບຄະນະປະຈຳສະພາແຫ່ງຊາດ ຍົກສູງຄຸນນະພາບ, ປະສິດທິຜົນການເຄື່ອນໄຫວຂອງສະພາແຫ່ງຊາດກວ່າອີກ, ປະຕິບັດຫນ້າທີ່ຊື່ງພັກ, ລັດ ແລະ ປະຊາຊົນມອບໝາຍໃຫ້ເປັນຢ່າງດີ. 

ຕອບກັບ

ຂ່າວ/ບົດ​ອື່ນ