ທ່ານນາງປະທານສະພາແຫ່ງຊາດຫວຽດນາມໃຫ້ການຕ້ອນຮັບລັດຖະມົນຕີຮັບຜິດຊອບອະນຸໂລມUAE

ທ່ານນາງປະທານສະພາແຫ່ງຊາດຫວຽດນາມໃຫ້ການຕ້ອນຮັບລັດຖະມົນຕີຮັບຜິດຊອບອະນຸໂລມUAE - ảnh 1
(ທ່ານນາງປະທານສະພາແຫ່ງຊາດຫວຽດນາມ
ຕ້ອນຮັບລັດຖະມົນຕີຮັບຜິດຊອບອະນຸໂລມUAE)


(vovworld) - ​ໃນ​ລຍການ​ເຂົ້າ​ຮ່ວມ ກອງ​ປະ​ຊຸມ​ສຸດຍອດ​ບັນ​ດາ​ປະ​ທານ​ສະ​ພາ​ແຫ່ງ​ຊາ​ດ​ຍິງ​ໂລກ​ຄັ້ງ​ທີ 11, ຕອນ​ບ່າຍ​ວັນ​ທີ 12/12, ຕາມ​ເວລາ​ທ້ອງ​ຖີ່​ນ, ທ່ານນາງ​ປະທານ​ສະພາ​ແຫ່ງ​ຊາດ ຫວຽດນາມ​ ຫງວຽນ​ທິກິມ​ເງິນ ​ໄດ້​ໃຫ້ການ​ຕ້ອນຮັບທ່ານ​ນາງ​ລັດຖະມົນຕີ​ຮັບຜິດຊອບອະນຸ​ໂລມ ສະຫະລັດອາຣັບເອມມີເລດ (UAE) Sheikha Lubna Al Qasimi. ທ່ານນາງ​ປະທານ​ສະພາ​ແຫ່ງ​ຊາດ ຫວຽດນາມ​ ຫງວຽນ​ທິກິມ​ເງິນ ຕີ​ລາຄາ​ສູງ​ວຽກ​ງານ​ຈັດ​ຕັ້ງ​ ກອງ​ປະ​ຊຸມ​ສຸດຍອດ​ບັນ​ດາ​ປະ​ທານ​ສະ​ພາ​ແຫ່ງ​ຊາ​ດ​ຍິງ​ໂລກ​ຄັ້ງ​ທີ 11 ຢູ່ UAE, ອັນ​ໄດ້​ປະກອບສ່ວນ​ຍົກ​ສູງ​ບົດ​ບາດ ​ແລະ ທີ່​ຕັ້ງ​ຂອງ UAE ຢູ່​ພາກ​ພື້ນ ​ແລະ ຢູ່​ໃນ​ເວທີ​ສາກົນ. ທ່ານນາງ​ປະທານ​ສະພາ​ແຫ່ງ​ຊາດ ​ ຫງວຽນ​ທິກິມ​ເງິນ ຢືນຢັນ​ວ່າ, ຍາມ​ໃດ ຫວຽດນາມ ກໍ່​ຖື​ເປັນ​ສຳ​ຄັນ​ການ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ຫຼາຍ​ດ້ານ​ກັບ UAE, ​ເຊິ່ງ​ແມ່ນ​ໜຶ່ງ​ໃນ​ບັນດາ​ຄູ່​ຮ່ວມ​ມືດ້ານ​ການ​ຄ້າ, ການ​ລົງທຶນ ​ແລະ ​ແຮງ​ງານ​ອັນ​ດັບ​ໜຶ່ງ​ຂອງ ຫວຽດນາມ ຢູ່​ພາກ​ພື້ນ​ຕາ​ເວັນ​ອອກ​ກາງ ​ແລະ ຕະຫຼາດ​ສົ່ງ​ອອກ​ໃຫຍ່​ອັນ​ດັບ 7 ຂອງ ຫວຽດນາມ ​ແລະ ​ໂລກ. ທ່ານນາງ​ປະທານ​ສະພາ​ແຫ່ງ​ຊາດ ​ ຫງວຽນ​ທິກິມ​ເງິນ ຫວັງ​ວ່າ, ​ໃນ​ໄລຍະ​ຈະ​ມາ​ເຖິງ, ສອງ​ປະ​ເທດ​ຈະ​ແບ່ງປັນ​ບັນດາ​ບົດຮຽນ​ໃນ​ການ​ສ້າງ​ກົດໝາຍ, ການ​ປະຕິບັດ​ບັນດາ​ນະ​ໂຍບາຍ, ​ແຜນການ ​ເພື່ອ​ຍົກ​ສູງ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ສອງ​ປະ​ເທດ.

ຂ່າວ/ບົດ​ອື່ນ