ທ່ານນາງປະທານສະພາແຫ່ງຊາດຫວຽນທິກິມເງິນຕິດຕາມກວດກາວຽກງານກະກຽມການເລືອກຕັ້ງຢູ່ແຂວງກຽນຢາງ

ທ່ານນາງປະທານສະພາແຫ່ງຊາດຫວຽນທິກິມເງິນຕິດຕາມກວດກາວຽກງານກະກຽມການເລືອກຕັ້ງຢູ່ແຂວງກຽນຢາງ - ảnh 1
(ທ່ານນາງປະທານສະພາແຫ່ງຊາດຫວຽນທິກິມເງິນ
ຕິດຕາມກວດກາວຽກງານກະກຽມການເລືອກຕັ້ງຢູ່ແຂວງກຽນຢາງ)

(vovworld) - ​ ​ຕອນ​ບ່າຍ​ວັນ​ທີ 08/05, ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ທິ​ກິມ​ເງິນ, ປະ​ທານ​ສະ​ພາ​ເລືອກ​ຕັ້ງ​ແຫ່ງ​ຊາດ ແລະ ຄະ​ນະ​ຕິດ​ຕາມກວດກ​າ​ຂອງ​ສະ​ພາ​ເລື​ອກ​ຕັ້ງ​ແຫ່ງ​ຊາດ ໄດ້​ລົງ​ເຮັດ​ວຽກ​ກັບ​ຄະ​ນະ​ກຳ​ມະ​ການ​ເລືອກ​ຕັ້ງ​ແຂວງ​ກຽນ​ຢາງ ແລະ ຄະ​ນະ​ກຳ​ມະ​ການ​ເລືອກ​ຕັ້ງ​ເມືອງ ເຈົາ​ແທ່ງ ກ່ຽວ​ກັບ​ວຽກ​ງານ​ກະ​ກຽມ​ໃຫ້​ການ​ເລືອກ​ຕັ້ງ​ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ 14 ແລະ ສະ​ພາ​ປະ​ຊາ​ຊົນ​ທຸກ​ຂັ້ນ​ອາ​ຍຸ​ການ 2016 – 2021. ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ທິ​ກິມ​ເງິນ ໄດ້​ຍ້ອງຍ​ໍ​ວຽກ​ງານ​ກະ​ກ​ຽມ​ການ​ເລືອກ​ຕັ້ງ​ຂອງ​ເມືອງ​ ເຈົາ​ແທ່ງ ແລະ ໃສ່​ໃຈ​ເມືອງ​ ເຈົາ​ແທ່ງ ເພີ່​ມ​ທະ​ວີ​ວຽກ​ງານ​ໂຄ​ສະ​ນາ​ດ້ວຍ​ຫຼາຍ​ຮູບ​ການ ເພື່ອ​ສ້າງ​ບັນ​ຍາ​ກາດ​ທີ່​ຟົດ​ຟື້ນ, ສາ​ມັກ​ຄີ​ຊົນ​ຊາດ ແລະ ການ​ສະ​ໜັບ​ສະ​ໜູນຢ່າງ​ຕັ້ງ​ໜ້າ​ຂອ​ງ​ຜູ້​ມີ​ສິດ​ເລືອກ​ຕັ້ງ​. ເພື່ອ​ຮັບ​ປະ​ກັນ​ການ​ເລືອກ​ຕັ້ງ​ດຳ​ເນີນ​ໄປ​ສຳ​ເລັດ​ຜົນ​​, ​ເລືອກ​ເຟັ້ນ​ບັນ​ດາ​ສະ​ມາ​ຊິກ​​ທີ່ມີ​ມາດ​ຕະ​ຖານ​ຢ່າງ​ພຽງ​ພໍ, ​ສົມ​ກັບ​ຄວາມ​ມຸ່ງ​ມາດ​ປາດ​ຖະ​ໜາ​ຂອງ​ປະ​ຊາ​ຊົນ, ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ທິ​ກິມ​ເງິນ ສະ​ເໜີ ຄະ​ນະ​ກຳ​ມະ​ການ​ເລືອກ​ຕັ້ງ​ແຂວງ​ກຽນ​ຢາງ ເພີ່ມ​ທະ​ວີ​ວຽກ​ງານ​ໂຄ​ສະ​ນະກ່ຽວ​ກັບ​ສິດ ແລະ ພັນ​ທະ​ເພື່ອ​ໃຫ້​ຜູ້​ມີ​ສິດ​ເລືອກ​ຕັ້ງ​ເຂົ້າ​ຮ່ວມ​ການ​ເລືອກ​ຕັ້ງ​ຢ່າງ​ຄົບ​ຖ້ວນ; ຝຶກ​ອົບ​ຮົມ, ຈັດ​ແບ່ງ​ບຸກ​ຄະ​ລາ​ກອນ​ໃຫ້ 1848 ໜ່ວຍ​ເລືອກ​ຕັ້ງ. ຍ້ອນ​ແມ່ນ​ແຂວ​ງມ​ີເມືອງ​ເກາະ 2 ແຫ່ງ, ມີ​ແຂກ​ທ່ອງ​ທ່ຽວ​ມາ​ພັກ​ຜ່ອນ​ບຳ​ລຸ​ງ​ສຸ​ຂະ​ພາບ​ຫຼາຍ​ຄົນ, ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເອົາ​ໃຈ​ໃສ່​ຄະ​ນະ​ກຳ​ມະ​ການ​ເລືອກ​ຕັ້ງ​ແຂວງ​ກຽນ​ຢາງ ຕ້ອງ​ກະ​ກຽມ​ບັນ​ດາ​ເງື່ອນ​ໄຂ​ຈຳ​ເປັນ​ເພື່ອ​ໃຫ້​ແຂກ​ທ່ອ​ງ​ທ່ຽວ​ເຂົ້າ​ຮ່ວມ​ການ​ປ່ອນ​ບັດ​ເລືອກ​ຕັ້ງ​ຢ່າງ​ສະ​ດວກ​ສະ​ບາຍ, ​ຜູ້​ມີ​ສິ​ດ​ເລືອກ​ຕັ້ງ​ບັນ​ດາ​ເມືອງ​ເກາະ​ໄປ​ປ່ອນ​ບັດ​ຢ່າງ​ຄົບ​ຖ້ວນ, ຖືກ​ຕາມ​ການ​ກຳ​ນົດ.

ຂ່າວ/ບົດ​ອື່ນ