ທ່ານນາງປະທານສະພາແຫ່ງຊາດຫວຽນທິກິມເງິນພົບປະກັບຜູ້ມີສິດເລືອກຕັ້ງທະຫານເຂດ9

ທ່ານນາງປະທານສະພາແຫ່ງຊາດຫວຽນທິກິມເງິນພົບປະກັບຜູ້ມີສິດເລືອກຕັ້ງທະຫານເຂດ9 - ảnh 1
(ທ່ານນາງປະທານສະພາແຫ່ງຊາດຫວຽນທິກິມເງິນ
ພົບປະກັບຜູ້ມີສິດເລືອກຕັ້ງທະຫານເຂດ9)

(vovworld) - ຕອນ​ເຊົ້າ​ວັນ​ທີ 05/12, ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ທິ​ກິມ​ເງິນ ແລະ ຄະ​ນະ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ນະ​ຄອນ​ເກີນ​ເທີ ໄດ້​ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ທະ​ຫານ​ເຂດ 9, ພາຍ​ຫຼັງ​ກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ເທື່ອ​ທີ 2, ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ຊຸດ​ທີ 14. ທີ່​ການ​ພົບ​ປະ, ຜູ້​ມີ​ສິດ​ເລືອກ​ຕັ້ງ​ສະ​ເໜີ​ຕ້ອງ​ມີ​ບັ​ນ​ດາ​ນະ​ໂຍ​ບາຍ​ບຸ​ລິ​ມະ​ສິດ​ເພື່ອ​ລົງ​ທຶນ, ພັດ​ທະ​ນາ​ດ້ານ​ເຕັກ​ໂນ​ໂລ​ຊີ ແນ​ໃສ່​ຍົກ​ສູງ​ຄຸນ​ນະ​ພາບ​ຜະ​ລິດ​ຕະ​ພັນ​ໃຫ້​ເຂດ​ທົ່ງ​ພຽງ​ແມ່​ນ້ຳ​ຂອງ.

        ໂດຍຮັບ​ຮູ້​ບັນ​ດາ​ຂໍ້​ສະ​ເໜີ​ຂອງ​ຜູ້​ມີ​ສິດ​ເລືອກ​ຕ​ັ້ງ, ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ຫງວຽນ​ທິ​ກິມ​ເງິນ ຖື​ວ່າ.

        “​ປະ​ຈຸ​ບັນ, ພວກ​ເຮົາ​ຕ້ອງ​ປະ​ຕິ​ບັດ​ບັນ​ດາ​ສິ່ງ​ທີ່​ໄດ້​ວາງ​ອອກ​ໃຫ້​ເປັນ​ຢ່າງ​ດີ. ເກີນ​ເທີ ​ໄດ້ມີ​ມະ​ຕິ​ສະ​ເພາະຂອງ​ອົງ​ຄະ​ນະ​ພັກ​ນະ​ຄອນ, ເຂດ​ທົ່ງ​ພຽງ​ແມ່​ນ້ຳ​ຂອງ ​ກໍ່ມີ​ມະ​ຕິ​ແລ້ວ.ແຜນ​ນະ​ໂຍ​ບາຍ, ນະ​ໂຍ​ບາຍ​ເພື່ອ​ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ, ກະ​ສິ​ກຳ, ​ການກໍ່​ສ້າງ, ການ​ບໍ​ລິ​ການ​ກໍ​ມີ​​​ຢູ່ແລ້ວ. ພວກ​ເຮົາ​​ມາ​ນະພະ​ຍາ​ຍາມ​ສ້າງ​ບາດ​ກ້າວ​​ພັດ​ທະ​ນາ​​ທີ່​ດີໃຫ້​ແຕ່​ລະ​ເຂດ ແລະ ທ້ອງ​ຖິ່ນ​.”

        ກ່​ອນ​ໜ້ານັ້ນ, ໃນ​ຕອນ​ເຊົ້າ​ວັນ​ດຽວ​ກັນ, ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ທິ​ກິນ​ເງິນ ໄດ້​ໄປ​ຢ້​ຽມ​ຢາມ ແລະ ໂອ້​ລົມ​ກັບ​ພໍ່​ແມ່​ປະ​ຊາ​ຊົນ​ຄ້າ​ຂາຍ​ຢູ່​ຕະ​ຫຼາດ​ບົນ​ແມ່​ນ້ຳ​ກ໋າຍ​ຣັງ.

ຂ່າວ/ບົດ​ອື່ນ