ທ່ານນາງປະທານາທິບໍດີສເກົາຫລີເລີ່ມຕົ້ນການຢ້ຽມຢາມຫວຽດນາມ

ທ່ານນາງປະທານາທິບໍດີສເກົາຫລີເລີ່ມຕົ້ນການຢ້ຽມຢາມຫວຽດນາມ - ảnh 1
ທ່ານ​ນາງປະທານາທິບໍດີ ສ​ເກົາຫລີ Park Geun Hye
ພາບ:internet


(vovworld)- ​ ຕອນ​ຄຳ່​ວັນ​ທີ 7/9, ທ່ານ​ນາງປະທານາທິບໍດີ ສ​ເກົາຫລີ Park Geun Hye ​ໄດ້​ເດີນທາງ​ຮອດ​ຮ່າ​ໂນ້ຍ ​ເລີ່​ມຕົ້ນ​ການ​ຢ້ຽມຢາມ​ທາ​ງລັດຖະກິດ​ຫວຽດນາມ ​ແຄ່​ວັນ​ທີ 7-11/9 ຕາ​ມຄຳ​ເຊີນ​ຂອງ​ທ່ານ​ປະທານ​ປະ​ເທດ​ຫວຽດນາມ ​ເຈືອງ​ເຕີນ​ຊາງ. ນີ້​ແມ່ນ​ການ​ຢ້ຽມຢາມ​ຫວຽດນາມ​ຄັ້ງ​ທຳ​ອິດ​ຂອງ​ທ່ານ​ນາງ Park Geun Hye ພາຍຫລັງ​ຮັບ​ດຳລົງ​ຕຳ​ແຫນ່​ງ​ເມື່ອ​​ເດືອນ 2/2013 ​ແລະ ​ແມ່ນ​ການ​ຢ້ຽມຢາມ​ຫວຽດນາມ​ຄັ້ງ​ທີ 5 ຂອງ​ປະທານາທິບໍດີ ສ​ເກົາຫລີ ນັບ​ແຕ່​ເມື່ອ​ສອງ​ປະ​ເທດ​ສ້າງສາ​ຍພົວພັນ​ທາງ​ການ​ທູດ​ເມື່ອ​ປີ 1992.

ພິທີ​ຕ້ອນຮັບ​ທ່ານ​ນາງ​ປະທານາທິບໍດີ Park Geun Hye ​ຖືກ​ຈັດ​ຂຶ້ນ​ຢ່າງ​ສົມ​ກຽດ​ໃນ​ວັນ​ທີ 9/9 ຢູ່ ຮ່າ​ໂນ້ຍ.  ຕໍ່​ຈາກ​ນັ້ນ ທ່ານ​ປະທານ​ປະ​ເທດ​ເຈືອງ​ເຕີນ​ຊາງ ​ແລະ ທ່ານ​ນາງ​ປະທານາທິບໍດີ Park Geun Hye ​ເຈລະຈາ​ກ່ຽວ​ກັບບັນດາບັນຫາ​​ທີ່​ຕ່າງ​ຝ່າຍ​ຕ່າງ​ມີຄວາມ​ສົນ​ໃຈ.

ຂ່າວ/ບົດ​ອື່ນ