ທ່ານນາງປະທານາທິບໍດີສ.ເກົາຫຼີອາດຈະຖືກສອບຖາມ

ທ່ານນາງປະທານາທິບໍດີສ.ເກົາຫຼີອາດຈະຖືກສອບຖາມ - ảnh 1
ທ່ານ​ນາງ​ປະ​ທາ​ນາ​ທິ​ບໍ​ດີ​ສ.ເກົາ​ຫຼີ Park Geun hye
(ພາບ​ປະ​ກອບ: Reuters)

(vovworld) - ​ວັນ​ທີ 13/11, ແຫຼ່​ງ​ຂ່າວ​ຈ​າກ​ອົງ​ການໄອ​ຍະ​ການ​ສ.ເກົາ​ຫຼີ ໃຫ້​ຮູ້​ວ່າ: ທ່ານ​ນາງ​ປະ​ທາ​ນາ​ທິ​ບໍ​ດີ​ສ.ເກົາ​ຫຼີ Park Geun hye ອາດ​ຈະ​ຖືກ​​​ສອບ​ຖາມ, ໄວ້​ສຸດ​ແມ່ນ​ໃນ​ອາ​ທິດ​ໜ້າ, ກ່ຽວ​ກັບ​ບົດ​ບາດ​ຂອງ​ທ່ານ​ນາງ ໃນ​ເຫດ​ສໍ້​ຫຼາດ​ບັງ​ຫຼວງ. ຖ​້າ​ຫາກ​ການ​​ສອບຖາມ​ໄດ້​ຮັບ​ການ​ປະ​ຕິ​ບັດ, ນີ້​ຈະ​ເປັນ​ຄັ້ງ​ທຳ​ອິດ​ໃນ​ປະ​ຫວັດ​ສາດ​ສ.ເກົາ​ຫຼີ ມີ​ປະ​ທານ​າ​ທິ​ບໍ​ດີ​ພວມ​ດຳ​ລົງ​ຕຳ​ແໜ່ງ ຖືກນັກ​ໄອ​ຍະ​ການ​​ສອ​ບ​ຖາມ. ລັດ​ຖະ​ທຳ​ມະ​ນູນ​ສ.ເກົາ​ຫຼີ ບໍ່​ອະ​ນຸ​ຍາດ​ໃຫ້​ປະ​ທາ​ນາ​ທິ​ບໍ​ດີ​ພວມ​ດຳ​ລົງ​ຕຳ​ແໜ່ງ​ຖືກ​ສັ່ງຟ້ອງ​, ແຕ່​ເລື່ອງ​​ສອບ​ຖາມ​ເພື່ອ​ຮັບ​ໃຊ້​ການ​ສືບ​ສວນ​ໃຫຍ່ກວ່າ ແມ່ນ​ສາ​ມາດ​ປະ​ຕິ​ບັດ​ໄດ້.

        ທ່ານ​ນາງປະ​ທາ​ນາ​ທິ​ບໍ​ດີ Park Geun hye ພວມ​ປະ​ເຊີນ​ໜ້າ​ກັບຄວາມ​ສັບ​ສົນ​ດ້ານການ​ເມືອງ ຍ​້ອນ​ເປີດເຜີຍ​​ບົດ​ກ່າວ​ປາ​ໄສ ແລະ ເອ​ກະ​ສານ​ຫຼາຍ​ສະ​ບັບ​ໃຫ້​ທ່ານ​ນາງ Choi Soon Sil, ​ເຊິ່ງ​ແມ່ນສ່ຽວ​ຜູ້​ສະໜິດສະໜົມ​ຂອງ​ທ່ານ​ນາງປະທານາທິບໍດີ. ທ່ານ​ນາງ Choi Soon Sil ຖືກ​ສົງ​ໄສ​​ໄດ້ສວຍ​ໃຊ້​ການ​ພົວ​ພັນ​ນີ້​ເພື່ອ​ແຊ​ກ​ແຊງ​ເຂົ້າ​ວຽກ​ງານ​​ຂອງ​ປະ​ເທດ ແລະ ພວ​ມ​ຖືກ​ສືບ​ສວນ​​ກ່ຽວ​ກັບ​ການສວຍ​ໃຊ້​ການ​ພົວ​ພັນ​ທີ່ສະ​ໜິດ​ສະ​ໜົມ​ກັບ​ປະ​ທາ​ນາ​ທ​ິ​ບໍ​ດີ​ເພື່ອກໍ່​ຜົນ​ກະ​ທົບ​ເຖິງ​ບັນ​ດາ​ວິ​​ຫ​ະ​ກິ​ດ​ໃຫຍ່, ເຮັດ​ໃຫ້​ເຂົາ​ເຈົ້າ​ຕ້ອງປະ​ກອບ​ຈຳ​ນວນ​ເງິນ 44 ລ້ານ USD ເຂົ້າ​ກອງ​ທຶນ​ປອດ​ກຳ​ໄລ​ໂດຍ​ທ່ານ​ນາງ​ສ້າງ​ຕັ້ງ. ທ່ານ​ນາງປະ​ທາ​ນາ​ທິ​ບໍ​ດີ Park Geun hye ໄດ້​ອອກ​ສຽງ​ຍອມ​ຮັບ​ຄວາມ​ຜິດ, ພ້ອມ​ທັງ​ຢືນ​ຢັນ​ວ່າ ພ້ອມ​ແລ້ວ​ທີ່​ຈະ​ຕອບ​ທຸກ​ຄຳ​ຖາມ​ເຊິ່ງ​ຄ​ະ​ນ​ະ​ກຳ​ມະ​ການ​ສືບ​ສວນ ຂຶ້ນ​ກັບ​ກະ​ຊວງ​ຍຸ​ຕິ​ທຳ​ໄດ້​ວາງ​ອອກ.

ຂ່າວ/ບົດ​ອື່ນ