ທ່ານນາງລັດຖະມົນຕີກະຊວງປ້ອງກັນປະເທດ ເຢຍລະມັນ ໄດ້ຮັບການສະເໜີເຂົ້າດໍາລົງຕໍາແໜ່ງປະທານຄະນະກໍາມະການເອີຣົບ

(VOVWORLD) -ທ່ານນາງລັດຖະມົນຕີກະຊວງປ້ອງກັນປະເທດ ເຢຍລະມັນ Ursula von der Leyen ໄດ້ຮັບການສະເໜີໃຫ້ເປັນປະທານຄະນະກໍາມະການ ເອີຣົບ.
 

   

  ຕອນຄໍ່າວັນທີ 02 ກໍລະກົດ, ຢູ່ບຣຸກແຊນ ປະເທດແບນຊິກ, ການນໍາ 28 ປະເທດຂອງສະຫະພາບເອີຣົບ (ອີຢູ) ໄດ້ຕົກລົງເຫັນດີເປັນເອກະພາບ ກ່ຽວກັບບັນຊີລາຍຊື່ເລືອກຕັ້ງບັນດາຕໍາແໜ່ງຫຼັກແຫຼ່ງຂອງກຸ່ມ ໃຫ້ແກ່ອາຍຸການໃໝ່. ໃນນັ້ນ, ທ່ານນາງລັດຖະມົນຕີກະຊວງປ້ອງກັນປະເທດ ເຢຍລະມັນ Ursula von der Leyen ໄດ້ຮັບການສະເໜີໃຫ້ເປັນປະທານຄະນະກໍາມະການ ເອີຣົບ.

        ຕາມຂໍ້ຕົກລົງແລ້ວ, ທ່ານນາຍົກລັດຖະມົນຕີ ແບນຊິກ Charles Michel ຈະຮັບບົດບາດເປັນປະທານສະພາເອີຣົບ, ທ່ານ Josep Borrell ລັດຖະມົນຕີການຕ່າງປະເທດ ແອັດສະປາຍ ຈະຮັບບົດບາດເປັນຜູ້ຕາງໜ້າຂັ້ນສູງຂອງ ອີຢູ ກ່ຽວກັບນະໂຍບາຍຄວາມໝັ້້ນຄົງ ແລະ ການພົວພັນຕ່າງປະເທດ, ທ່ານ Christine Lagardr ຜູ້ອໍານວຍການໃຫຍ່ກອງທຶນເງິນຕາສາກົນ ຈະດໍາລົງຕໍາແໜ່ງເປັນປະທານທະນາຄານສູງກາງເອີຣົບ (ECB).

        ຖ້າຫາກວ່າ ລັດຖະສະພາເອີຣົບປ່ອນບັດໃຫ້ສັດຕະຍາບັນໃນບັນດາວາລະປະຊຸມຈະມາເຖິງນັ້ນ, ທ່ານນາງ Ursula von der Leyen ຈະກາຍເປັນປະທານ ຄະນະກໍາມະການເອີຣົບ, ອາຍຸການ 2019 – 2024 ຢ່າງເປັນທາງການ ນັບແຕ່ວັນທີ 01 ພະຈິກ 2019 ເປັນຕົ້ນໄປ ແລະ ກາຍເປັນປະທານຍິງຄົນທໍາອິດໃນປະຫວັດຄວາມເປັນມາຂອງຄະນະກໍາມະການເອີຣົບ.

ກວາງຢຸງ - ນັກຂ່າວ VOV ປະຈໍາຝລ່ັງ

ຕອບກັບ

ຂ່າວ/ບົດ​ອື່ນ