ທ່ານ​ນາງ​ຫງວຽນ​ທິ​ກິມ​ເງິນ ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ເປັນ​ປະ​ທານກອງ​ປະ​ຊຸມ​ຄັ້ງ​ທີ 2 ຂອງ ສະ​ພາ​ເລືອກ​ຕັ້ງ​ແຫ່ງ​ຊາ​ດ

(VOVWORLD) -ຕອນບ່າຍວັນທີ 18 ມັງກອນ, ຢູ່ຮ່າໂນ້ຍ, ໄດ້ດຳເນີນກອງປະຊຸມຄັ້ງທີ 2, ສະພາເລືອກຕັ້ງແຫ່ງຊາດ ພາຍໃຕ້ການເປັນປະທານ ແລະ ຊີ້ນຳຂອງທ່ານນາງ ປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ.
ທ່ານ​ນາງ​ຫງວຽນ​ທິ​ກິມ​ເງິນ ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ເປັນ​ປະ​ທານກອງ​ປະ​ຊຸມ​ຄັ້ງ​ທີ 2 ຂອງ ສະ​ພາ​ເລືອກ​ຕັ້ງ​ແຫ່ງ​ຊາ​ດ - ảnh 1ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: TTXVN)

ກ່າວຄຳເຫັນສະຫຼຸບກອງປະຊຸມ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໃຫ້ຮູ້ວ່າ ມາຮອດປັດຈຸບັນ, ສະພາເລືອກຕັ້ງແຫ່ງຊາດ ໄດ້ຜັນຂະຫຍາຍຢ່າງຖືກຕ້ອງຕາມກົດໝາຍວ່າດ້ວຍການເລືອກຕັ້ງສະມາຊິກສະພາແຫ່ງຊາດ ແລະ ສະພາປະຊາຊົນ. ທ່ານນາງ ຫງວຽນທິກິມເງິນ ກ່າວວ່າ:

ດ້ວຍຈິດໃຈຕັ້ງໜ້າ, ຮີບດ່ວນ, ພວກເຮົາໄດ້ແລກປ່ຽນບັນດາເນື້ອໃນຢ່າງກົງໄກກົງມາ. ຂ້າພະເຈົ້າສະເໜີໃຫ້ ຫ້ອງວ່າການສະພາເລືອກຕັ້ງແຫ່ງຊາດ ຈົ່ງສືບຕໍ່ຮັບເອົາຄຳເຫັນຂອງບັນດາຫົວໜ້າອະນຸກຳມະການກ່ຽວກັບບັນດາເອກະສານດ້ານກົດໝາຍ, ວ່າດ້ວຍບຸກຄະລາກອນ, ການແກ້ໄຂການຮ້ອງຝ້ອງ, ຮ້ອງທຸກ, ກ່ຽວກັບຄວາມເປັນລະບຽບຮຽບຮ້ອຍ ແລະ ສາທາລະນະສຸກ. ປະກອບຄຳເຫັນກ່ຽວກັບພາກສ່ວນໄດ້ຮັບການເຊື້ອເຊີນເຂົ້າຮ່ວມ ກອງປະຊຸມ ອອນລາຍ ທົ່ວປະເທດຜັນຂະຫຍາຍວຽກງານເລືອກຕັ້ງ, ຄາດວ່າຈະໄດ້ຈັດຕັ້ງໃນວັນທີ 21 ມັງກອນຈະມາເຖິງ, ເພື່ອສືບຕໍ່ສ້າງບັນດາເອກະສານໃຫ້ເປັນສົມບູນແບບສົ່ງໄປຍັງບັນດາສະມາຊິກຂອງ ສະພາເລືອກຕັ້ງແຫ່ງຊາດ ແລະ ບັນດາອົງການທີ່ກ່ຽວຂ້ອງ.

ກອງປະຊຸມ ສະພາເລືອກຕັ້ງແຫ່ງຊາດ ຄັ້ງທີ 2ໄດ້ເຫັນດີເປັນເອກະພາບຮັບຮອງເອົາມະຕິວ່າດ້າຍການແນະນຳກ່ຽວກັບແບບຟອມເອກະສານສະໝັກເລືອກຕັ້ງ, ບັດເລືອກຕັ້ງ ແລະ ເອກະສານຊະນິດຕ່າງໆທີ່ນຳໃຊ້ໃນວຽກງານເລືອກຕັ້ງຜູ້ແທນສະພາແຫ່ງຊາດຊຸດທີ 15 ແລະ ສະພາປະຊາຊົນທຸກຂັ້ນໃນອາຍຸການ 2021 – 2026.

ຕອບກັບ

ຂ່າວ/ບົດ​ອື່ນ