ທ່ານນາງຫງວຽນທິກີມເງິນຕ້ອນຮັບເອກອັກຄະລັດຖະທູດ,ຫົວໜ້າອົງການຕ່າງໜ້າຫວຽດນາມປະຈຳຕາງປະເທດ

ທ່ານນາງຫງວຽນທິກີມເງິນຕ້ອນຮັບເອກອັກຄະລັດຖະທູດ,ຫົວໜ້າອົງການຕ່າງໜ້າຫວຽດນາມປະຈຳຕາງປະເທດ - ảnh 1

ທ່ານ​ນາງ​ ຫງວຽນ​ທິກີ​ມ​ເງິນ​ ຕ້ອນຮັບ​ເອກ​ອັກຄະ​ລັດຖະທູດ,
ຫົວໜ້າ​ອົງ​ການຕ່າງ​ໜ້າ​ຫວຽດນາມ​ປະຈຳ​ຕາງປະ​ເທດ

(ພາບ:ປະຊາຊົນ)

(vovworld) - ກະຊວງ​ການ​ຕ່າງ​ປະ​ເທດ​ຄວນ​ປະຕິບັດ​ພາລະ​ໜ້າ​ທີ່​ເປັນ​ເສນາທິການ​ໃຫ້​ສະພາ​ແຫ່ງ​ຊາດ, ລັດຖະບານ​ໃນ​ການ​ກໍ່ສ້າງ ​ແລະ ປັບປຸງ​ລະບົບ​ກົດໝາຍ​ເປັນ​ຢ່າງ​ດີ ​ເພື່ອ​ຜັນ​ຂະຫຍາຍ​ບັນດາ​ນະ​ໂຍບາຍ​ພົວພັນ​ຕ່າງປະ​ເທດ​ຂອງ​ພັກ ​ແລະ ລັດ; ​ເປັນ​ເສນາ​ທິການ​ວິທີ​ການດີ​ທີ່​ສຸດ, ມີ​ຜົນ​ປະ​ໂຫຍ​ທີ່​ສຸດ​ໃຫ້​ປະ​ເທດ​ໃນ​ການ​ປະຕິບັດ​ສັນຍາ​ຄູ່​ຮ່ວມ​ມື​ຂ້າມ​ປາຊີ​ຟິກ (TPP); ​ເປີດ​ກ້ວາງ ​ແລະ ​ເພີ່ມ​ທະວີ​ການ​ພົວພັນ​ລະຫວ່າງ​ສະພາ​ແຫ່ງ​ຊາດ ຫວຽດນາມ ກັບ​ລັດຖະສະພາ​ປະ​ເທດ​ຕ່າງ​ໆ​ກ່ວາ​ອີກ…​ນີ້​ແມ່ນ​ຄຳ​ຊີ້​ນຳ​ຂອງ​ທ່ານ​ນາງ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ທິກີ​ມ​ເງິນ ທີ່​ການ​ພົບ​ປະ​ສັງ​ສັນ​ກັບ​ບັນດາ​ເອກ​ອັກຄະ​ລັດຖະທູດ, ຫົວໜ້າ​ອົງການ​ຕາງ​ໜ້າ ຫວຽດນາມ ປະຈຳຕ່າງປະ​ເທດ ​ເນື່ອງ​ໃນ​ໂອກາດ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ການ​ທູດ​ຄັ້ງ​ທີ 29. ທ່ານ​ນາງ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ທິກີ​ມ​ເງິນ ຖື​ວ່າ: ດ້ວຍພາລະ​ກຳ​ແຖວ​ໜ້າ, ສຳ​ພັດ​​ໂດຍ​ກົງກັບ​ບັນດາ​ການ​ປ່ຽນ​ແປງ​ຂອງ​ໂລກ​ເປັນ​ປະຈຳ​ວັນ, ບັນດາ​ນັກ​ການ​ທູດ​ຄວນ​​ເສີມ​ຂະຫຍາຍ​ບົດບາດ​ຂອງ​ອົງການ​ຕາງໜ້າ ຫວຽດນາມ ປະຈ​ຳຕ່າງປະ​ເທດ​ຢ່າງ​ມີ​ປະສິດທິ​ຜົນ, ​ເປັນ​ເຈົ້າການ​ສະ​ເໜີຕໍ່​ພັກ, ລັດ ກ່ຽວ​ກັບ​ບັນ​ດາ​ມາດ​ຕະການ​ລະອຽດ ​ເພື່ອ​ຜັນ​ຂະຫຍາຍ​ການ​ເຊື່ອ​ມ​ໂຍງ​ຢ່າງ​ມີ​ປະສິ​ດທິຜົນ. ພ້ອມ​ທັງ, ສືບ​ຕໍ່ຕັ້ງໜ້າຂົນຂວາຍ​ອຳນາດ​ການ​ປົກຄອງ​ປະ​ເທດ​ປະຈຳ​ຖິ່ນ ສ້າງ​ທຸກ​ເງື່ອນ​ໄຂສະດວກ​ໃຫ້​ແກ່​ພໍ່​ແມ່​ປະຊາຊົນ​ຊາວ ຫວຽດນາມ ​ເຊື່ອ​ມຕົວ​ເຂົ້າ​ຊີວິດ​ການ​ເປັນ​ຢູ່​ດ້ານ​ການ​ເມືອງ​, ​ເສດຖະກິດ​ສັງຄົມ​ຂອງ​ທ້ອງ​ຖິ່ນ. ກ່ຽວ​ກັບ​ໜ້າ​ທີ່​ການທູດ​ວັດທະນະທຳ, ຂະ​ແໜງ​ການ​ທູດ​ຕ້ອງ​ໂຄສະນາ, ​ເສີມ​ຂະຫຍາຍ, ຮັກສາ​ສີສັນ​ວັດທະນະທຳ​ຂອງ​ປະ​ເທດ​ຊາດ ຫວຽດນາມ. ​ເພາະສະ​ນັ້ນ ທ່ານ​ນາງ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ທິກີ​ມ​ເງິນ ສະ​ເໜີ​ກະຊວງ​ການ​ຕ່າງປະ​ເທດ ​ແລະ ບັນດາ​ອົງການ​ຕາງ​ໜ້າ ຫວຽດນາມ ປະຈຳ​ຕ່າງປະ​ເທດ ຄວນ​ເອົາ​ໃຈ​ໃສ່​ສົມທົບ​ກັບ​ກະຊວງສຶກສາ ​ແລະ ບຳລຸງ​ສ້າງ ​ແລ​ະ ບັນດາ​ອົງການ​ທີ່​ກ່ຽວຂ້ອງ ຈັດ​ຕັ້ງ​ຫ້ອງ​ຮຽນ​ສອນ​ພາສາ ຫວຽດນາມ ​ໃຫ້​ລູກ​ຫລານ​ຊາວ ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ. ນີ້​ແມ່ນ​ເລື່ອງຈຳ​ເປັນ​ທີ່​ສຸດ ​ແລະ ມີ​ຄວາມ​ໝາຍ​ໃນ​ການ​ຂົນຂວາຍ​ພໍ່​ແມ່ປະຊາຊົນ​ຊາວ ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ ອ່ວາຍ​ໜ້າ​ເມືອຫາ​ປະ​ເທດ​ຊາດ; ປະກອບສ່ວນ​ປົກ​ປັກ​ຮັກສາ ​ແລະ ​ເສີມ​ຂະຫຍາຍ​ສີສັນ​ວັດທະນະທຳ​ຂອງ​ຊາດ.

 

ຂ່າວ/ບົດ​ອື່ນ