ທ່ານນາງຫງວຽນທິກິມເງິນປະທານສະພາແຫ່ງຊາດເຮັດວຽກຢູ່ແຂວງບັກກ້ານ

ທ່ານນາງຫງວຽນທິກິມເງິນປະທານສະພາແຫ່ງຊາດເຮັດວຽກຢູ່ແຂວງບັກກ້ານ - ảnh 1
ທ່ານນາງ ຫງວຽນທິກິມເງິນ ເຮັດວຽກຢູ່ແຂວງ ບັກກ້ານ

(vovworld)- ໃນ​ວັນ​ທີ 22/6, ​ທ່ານ​ນາງ ​ຫງວຽນ​ທິ​ກິມ​ເງິນ​ ​ປະທານສະພາແຫ່ງຊາດຫວຽດ​ນາມ ແລະ ຄະ​ນະ​ປະ​ຕິ​ບັດ​ງານ​ ໄດ້​ເຮັດ​ວຽກ​ກັບ​ການ​ນຳ​ແຂວງ​ບັກ​ກ້ານ ກ່ຽວ​ກັບ​ສະ​ພາບ​ເສດ​ຖະ​ກິດ-​ສັງ​ຄົມ ແລະ ການ​ປະ​ຕິ​ບັດ​ໂຄງ​ການ​ເປົ້າ​ໝາຍ​ແຫ່ງ​ຊາດ ກ່ຽວ​ກັບ​ການ​ກໍ່ສ້າງ​ຊົນ​ນະ​ບົດ​ໃໝ່. ກ່າວ​ຄວາມ​ເຫັນ​ທີ່​ການ​ເຮັດ​ວຽກ, ​ທ່ານ​ ນາງ ​ຫງວຽນ​ທິ​ກິມ​ເງິນ​ ປະ​ທານ​ສະ​ພາ​ແຫ່ງ​ຊາດ ຖື​ວ່າ ແຂວງ​ບັກ​​ກ້ານ ເປັນ​ແຂວງ​ເຂດ​ພູດອຍ ພິ​ເສດ​ໜຶ່ງ​ດຽວໃນ​ທົ່ວ​ປະ​ເທດ ມີ​ພົນ​ລະ​ເມືອງ​ຕ່ຳ​ກວ່າ 500.000 ​ຄົນ, ຄວາມ​ໜາ​ແໜ້ນຂອງ​ພົນ​ລະ​ເມືອງ​ສະ​ເລ່ຍ​ແມ່ນ 64ຄົນ/​ຕາ​ລາງ​ກິ​ໂລ​​ແມັດ. ທ່າ​ນ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ​ຖື​ວ່າ: ແຂວງ​ບັກກ້ານ ຈຳ​ເປັນ​ຕ້ອງ​ນຳໜ້າ ກ່ຽວ​ກັບ​ການ​ພັດ​ທະ​ນາ​ເສັ້ນ​ທາງ​ຄົມ​ມະ​ນາ​ຄົມ, ເສັ້ນ​ທາງ​ຄວາມ​ໄວ​ສູງ ເພື່ອ​ພັດ​ທະ​ນາ​ເສດ​ຖະ​ກິດ​ລະ​ຫວ່າງ​ເຂດ ພ້ອມ​ກັນ​ນັ້ນ, ກໍ່​ປະ​ຕິ​ບັດ​ວຽກ​ງານ​ໜູນ​ຊ່ວຍ​ສັງ​ຄົມ​ໃຫ້​ດີ ແລະ ຫຼຸດ​ຜ່ອນ​ຄວາມ​ທຸກ​ຫຍາກ​ແບບ​ຍືນ​ຍົງ; ຕິດ​ພັນ​ກັບ​​ການ​ກໍ່ສ້າງຊົນ​ນະ​ບົດ​ໃໝ່ ​ດ້ວຍ​ການ​ຜະ​ລິດ​ຂອງ​ປະ​ຊາ​ຊົນ; ເອົາ​ໃຈ​ໃສ່​ເຖິງ​ການ​ສອນ​ວິ​ຊາ​ຊີບ ໃຫ້​ປະ​ຊາ​ຊົນ​ຊາວ​ເຜົ່າ​ສ່ວນ​ໜ້ອຍ; ​ປະ​ຕິ​ບັດ​ວຽກ​ງານ​ຊົ​ນ​ເຜົ່າ, ສາດ​ສະ​ໜາ​ໃຫ້​ດີ ເພື່ອ​ໃຫ້​ປະ​ຊາ​ຊົນ​ມີ​ຊີ​ວິດ​​​ທີ່​ສະ​ຫງົບ​ສຸກ.

        ໃນ​ຕອນ​ບ່າຍ, ​ທ່ານ​ ນາງ ​ຫງວຽນ​ທິ​ກິມ​ເງິນ​ ປະ​ທານ​ສະ​ພາ​ແຫ່ງ​ຊາດ ໄດ້​ເຮັດ​ວຽກ​ກັບ​ການ​ນຳ​ເມືອງ​ເຈີ​ເມີຍ, ຢ້ຽມ​ຢາມ ແລະ ມອບ​ຂອງ​ຂັວນ ​ໃຫ້​​ແມ່​ຫວຽດ​ນາມວິ​ລະ​ຊົນ ​, ​ທະ​ຫານ​ເສຍ​ອົງ​ຄະ.


ຂ່າວ/ບົດ​ອື່ນ