ທ່ານນາງຫງວຽນທິກີມເງິນໄດ້ຮັບການເລືອກຕັ້ງເປັນປະທານສະພາແຫ່ງຊາດຫວຽດນາມຊຸດທີ14

ທ່ານນາງຫງວຽນທິກີມເງິນໄດ້ຮັບການເລືອກຕັ້ງເປັນປະທານສະພາແຫ່ງຊາດຫວຽດນາມຊຸດທີ14 - ảnh 1
ທ່ານ​ນາງ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນທິກີ​ມ​ເງິນ ກ່າວ​ຄຳສາບານ​ຕົວ

(vovworld) - ​ ​​​ໂດຍ​ສືບ​ຕໍ່​ການ​ປະຕິບັດ​ກອງ​ປະຊຸມ​ສະ​ໄໝ​ສາມັນ​ຄັ້ງ​ປະຖົມມະ​ເລີກ, ສະພາ​ແຫ່ງ​ຊາດ​ຊຸດ​ທີ 14, ຕອນ​ເຊົ້າ​ວັນ​ທີ 22/07 ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ​ໄດ້​ເຮັດ​ວຽກ​ຢູ່​ຫໍ​ປະຊຸມ, ຮັບ​ຟັງ​ຄະນະນັບ​ບັດ​ປະກາດໝາກຜົນ​ການ​ນັບ​ບັດ​ເລືອກ​ຕັ້ງ​ປະທານ​ສະພາ​ແຫ່ງ​ຊາດ, ບັນດາ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ, ກຳມະການ​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ. ທ່ານ​ນາງ ຫງວຽນທິກີ​ມ​ເງິນ ສືບ​ຕໍ່​ໄດ້​ຮັບ​ການ​ເລືອກ​ຕັ້ງ​ເປັນ​ປະທານ​ສະພາ​ແຫ່ງ​ຊາດ​ຊຸດ​ທີ 14.

        ທ່ານ​ນາງ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນທິກີ​ມ​ເງິນ ​ໄດ້​ກ່າວ​ຄຳສາບານ​ຕົວວ່າ: “​ໃຕ້​ທຸງ​ແດງ​ດາວ​ຄຳ​ທີ່​ສັກກະ​ລະ​ບູຊາ​ຂອງ​ຊາດ, ຕໍ່ໜ້າ​ສະພາ​ແຫ່ງ​ຊາດ, ຕໍ່ໜ້າ​ພໍ່​ແມ່​ປະຊາຊົນ, ຜູ້​ມີ​ສິດ​ເລືອກ​ຕັ້ງ​ໃນ​ທົ່ວ​ປະ​ເທດ,  ຂ້າພະ​ເຈົ້າ​ຂໍ​ປະຕິຍານ​ວ່າ: ​ຈົ່ງ​ຮັກ​ພັກດີ​ຕໍ່​ປະ​ເທດ​ຊາດ, ຕໍ່​ປະຊາຊົນ, ຕໍ່​ລັດຖະທຳ​ມະນູນ​ຂອງ ສສ ຫວຽດນາມ. ​ມານະ​ພະຍາຍາມ​​ເຮັດ​ຫລ້ອນ​ໜ້າ​ທີ່​ໂດຍ​ພັກ, ລັດ ​ແລະ ປະຊາຊົນ​ມອບ​ໝາຍ​ໃຫ້​ເປັນ​ຢ່າງ​ດີ.”

        ພາຍຫລັງ​ທີ່​ຂຶ້ນສາບານ​ຕົວ, ທ່ານ​ນາງ​ປະທານ​ສະພາ​ແຫ່ງ​ຊາດ​ຊຸດ​ທີ 14 ຫງວຽນທິກີ​ມ​ເງິນ ມີ​ບົດ​ກ່າວ​ປາ​ໄສ​ຕໍ່ໜ້າ​ສະພາ​ແຫ່ງ​ຊາດ, ທ່ານ​ນາງປະທານ​ສະພາ​ແຫ່ງ​ຊາດ​ໃຫ້​ຮູ້​ວ່າ: ຈະ​ພ້ອມ​ກັບ​ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ​ສູ້​ຊົນ ສືບ​ຕໍ່​ປ່ຽນ​ໃໝ່ ​ເພື່ອ​ຍົກ​ສູງ​ຄຸນ​ນະພາ​ບການ​ເຄື່ອນ​ໄຫວ​ຂອງ​ສະພາ​ແຫ່ງ​ຊາດ, ​ເພື່ອ​ໃຫ້​ສະພາ​ແຫ່ງ​ຊາດ​ກາຍ​ເປັນ​ສະພາ​ແຫ່ງ​ຊາດ​ສາມັກຄີ, ມີຫົວຄິດ​ປະດິດ​ສ້າງ ​ແລະ ກະທຳ​​ເພື່ອ​ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ, ​ເພື່ອ​ຄວາມ​ເປັນ​ກຽດ ​ແລະ ຄວາມ​ເອກອ້າງ​ທະນົງ​ໃຈ​ຂອງ​ປະ​ເທດ​ຊາດ, ​ເພື່ອ​ການ​ພັດທະນາ​ແບບ​ຍືນ​ຍົງ​ຂອງ​ປະ​ເທດ​ຊາດ.

 

 

ຂ່າວ/ບົດ​ອື່ນ