ທ່ານນາງຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງ ເຈຶອງທິມາຍ ເຂົ້າຮ່ວມວັນບຸນມະຫາສາມັກຄີທົ່ວປວງຊົນ ຢູ່ ແຂວງຮວ່າບິ່ງ

(VOVWORLD) - ຕອນຄ່ຳວັນທີ 13 ພະຈິກ, ເນື່ອງໃນໂອກາດສະເຫຼີມສະຫຼອງ 88 ປີແຫ່ງວັນສ້າງແນວໂຮມປະເທດຊາດ ຫວຽດນາມ (18 ພະຈິກ 1930 – 18 ພະຈິກ 2018),
ທ່ານນາງຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງ ເຈຶອງທິມາຍ ເຂົ້າຮ່ວມວັນບຸນມະຫາສາມັກຄີທົ່ວປວງຊົນ ຢູ່ ແຂວງຮວ່າບິ່ງ - ảnh 1 ທ່ານນາງເຈຶອງທິມາຍ ເຂົ້າຮ່ວມວັນບຸນມະຫາສາມັກຄີທົ່ວປວງຊົນ ຢູ່ ແຂວງຮວ່າບິ່ງ (ພາບ: baotintuc.vn)

ທ່ານນາງ ເຈຶອງທິມາຍ ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງ ພັກກອມມູນິດ ຫວຽດນາມ ໄດ້ເຂົ້າຮ່ວມວັນບຸນມະຫາສາມັກຄີທົ່ງວປວງຊົນທັງຊາດ ເຊິ່ງໄດ້ຈັດຂຶ້ນທີ່ແຂວງ ຮ່ວາບິ່ງ. ທີ່ວັນບຸນດັ່ງກ່າວ, ທ່ານນາງ ເຈຶອງທິມາຍ ຕີລາຄາສູງ ແລະ ຮັບຮູ້ໝາກຜົນທີ່ທ້ອງຖິ່ນບັນລຸໄດ້ໃນໄລຍະຜ່ານມາ; ພ້ອມທັງສະເໜີວ່າ ໃນໄລຍະທີ່ຈະມາເຖິງ, ປະຊາຊົນເຂດຊຸມຊົນທຸກທົ່ວໜ້າຄວນສືບຕໍ່ພະຍາຍາມກວ່າເກົ່າ, ເປັນຈິດໜຶ່ງໃຈດຽວກັນກໍ່ສ້າງເຂດຊຸມຊົນໃຫ້ປອດໂປ່ງ, ສະຫງົບສຸກ ແລະ ຮັ່ງມີສວຍງາມ.

ເນື່ອງໃນໂອກາດນີ້, ທ່ານນາງ ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງ ເຈຶອງທິມາຍ ກໍ່ໄດ້ມອບຂອງຂັວນທີ່ລະລຶກໃຫ້ບ້ານ ດົ່ງເໝີຍ, ພ້ອມດ້ວຍຂອງຂັວນ ຈຳນວນ 50 ພູດໃຫ້ແກ່ນັກຮຽນທີ່ປະສົບຄວາມຫຍຸ້ງຍາກ ແຕ່ຮຽນເກັ່ງ ຂອງເມືອງ ກາວຟອງ, ແຂວງ ຮວ່າບິ່ງ.

ຕອບກັບ

ຂ່າວ/ບົດ​ອື່ນ