ທ່າ​ນ​ນາງ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ Men Sam An: ການ​ພົວ​ພັນ​ຫວຽດ​ນາມ - ກຳ​ປູ​ເຈຍ ໝັ້ນ​ຄົງ​ທະ​ນົງ​ແກ່ນຊົ່ວ​ກາ​ລະ​ນານ

(VOVWORLD) -ຫວຽດນາມ - ກຳປູເຈຍ ແມ່ນ ອ້າຍນ້ອງ, ບ້ານໃກ້ເຮືອນຄຽງ ແລະ ກິນນ້ຳຂອງສາຍດຽວກັນ. ການພົວພັນມິດຕະພາບຍຸດທະສາດ ແລະ ເປັນມູນເຊື້ອລະຫວ່າງ ສອງຊາດຈະຍືນຍົງຄົງຕົວຕະຫຼອດການ, ບໍ່ມີຫຍັງສາດມາດຕັດແຍກອອກຈາກກັນໄດ້.
ທ່າ​ນ​ນາງ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ Men Sam An: ການ​ພົວ​ພັນ​ຫວຽດ​ນາມ - ກຳ​ປູ​ເຈຍ ໝັ້ນ​ຄົງ​ທະ​ນົງ​ແກ່ນຊົ່ວ​ກາ​ລະ​ນານ - ảnh 1ການເຮັດວຽກລະຫວ່າງສອງຝ່າຍ

ວັນທີ 1 ສິງຫາ, ຢູ່ ພະນົມເປັນ, ກ່າວຄຳເຫັນທີ່ການເຮັດວຽກກັບຄະນະຜູ້ແທນສະມາຄົມມິດຕະພາບ ຫວຽດນາມ - ກຳປູເຈຍ ໂດຍທ່ານນາງ ຫງວຽນທິແທງ ຫົວໜ້າຄະນະຜູ້ແທນປະຕິບັດງານ, ປະທານສະມາຄົມມິດຕະພາບ ຫວຽດນາມ - ກຳປູເຈຍ ນຳໜ້າ ທີ່ພວມມີການຢ້ຽມຢາມຢູ່ກຳປູເຈຍ, ທ່ານນາງຮອງນາຍົກລັດຖະມົນຕີ ກຳປູເຈຍ Men Sam An ຢັ້ງຢືນວ່າ: ປະຊາຊົນກຳປູເຈຍ ຍາມໃດກໍ່ຈາລຶກການໜູນຊ່ວຍ ແລະ ເສຍສະຫຼະເລືອດເນື້ອອັນຍິ່ງໃຫຍ່ຂອງບັນດານັກຊ່ຽວຊານ ແລະ ນັກຮົບອາສາສະໝັກ ຫວຽດນາມ ເມື່ອຮ່ວມມືກັບກອງທັບ ແລະ ປະຊາຊົນກຳປູເຈຍ ໂຄ່ນລົ້ມລະບອບດັບສູນເຊື້ອຊາດ ຂະແມແດງ ປີ 1979. ທ່ານນາງໃຫ້ຮູ້ວ່າ:

ຫວຽດນາມ - ກຳປູເຈຍ ແມ່ນ ອ້າຍນ້ອງ, ບ້ານໃກ້ເຮືອນຄຽງ ແລະ ຮ່ວມແມ່ນ້ຳຂອງ. ສາຍພົວພັນມິດຕະພາບຍຸດທະສາດ ແລະ ເປັນມູນເຊື້ອລະຫວ່າງ ສອງຊາດຈະຍືນຍົງຄົງຕົວຕະຫຼອດການ, ບໍ່ມີຫຍັງສາມາດຕັດແຍກອອກຈາກກັນໄດ້. ສອງປະເທດ ໄດ້ພ້ອມກັນຜ່ານຜາບັນດາບັ້ນຕໍ່ສູ້ເພື່ອແນໃສ່ປົກປັກຮັກສາເອກະລາດ ແລະ ສັນຕິພາບ. ສາຍພົວພັນນີ້ ພວມນັບມື້ນັບພັດທະນາ, ພິເສດໃນໄລຍະມໍ່ໆມານີ້ ເມື່ອສອງປະເທດລ້ວນແຕ່ມີສັນຕິພາບ, ສະຖຽນລະພາບ ແລະ ຍາດໄດ້ຜົນງານອັນຍິ່ງໃຫຍ່ຫຼາຍຢ່າງໃນການຮ່ວມມືໃນທຸກຂົງເຂດ.

ສ່ວນທ່ານນາງ ຫງວຽນທິແທັງ ປະທານສະມາຄົມມິດຕະພາບ ຫວຽດນາມ - ກຳປູເຈຍ ກໍ່ຢັ້ງຢືນວ່າ ຫວຽດນາມ ຈະມານະພະຍາຍາມຈົນສຸດຄວາມສາມາດຂອງຕົນ ພ້ອມກັບກຳປູເຈຍ ເພື່ອປົກປັກຮັກສາ, ປັບປຸງ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ, ມູນເຊື້ອສາມັກຄີ, ການຮ່ວມມືຮອບດ້ານ ແລະ ການຊ່ວຍເຫຼືອເຊິ່ງກັນ ແລະ ກັນລະຫວ່າງສອງຊາດຢ່າງບໍ່ຢຸດຢັ້ງ.

ຕອບກັບ

ຂ່າວ/ບົດ​ອື່ນ