ທ່ານນາງຮອງປະທານ ປະເທດ ຫງວຽນທິຢວານ ລົງຢ້ຽມຢາມເຂດຊາວຄິດ ກິມເຊີນ ແຂວງນິງບີງ

ທ່ານນາງຮອງປະທານ ປະເທດ ຫງວຽນທິຢວານ ລົງຢ້ຽມຢາມເຂດຊາວຄິດ ກິມເຊີນ ແຂວງນິງບີງ   - ảnh 1
(ພາບ:news.go.vn)

    ເນື່ອງໃນໂອກາດວັນບຸນຄິດສະມາດປີ 2011, ຕອນເຊົ້າວັນທີ 23 ທັນວາ, ທ່ານນາງຮອງ​ປະທານ​ປະ​ເທດ​ຫວຽດນາມ ຫງວຽນທິຢວານ ໄດ້ລົງຢ້ຽມຢາມ ແລະ ມອບຂອງຂວັນໃຫ້ແກ່ບັນດາຜູ້ທີ່ ມີຍົດສັກຕ່ຳແໜ່ງໃນສາດສາໜາຄິດ ແລະ ຜູ້ຕາງ ໜ້າພໍ່ແມ່ພີນ້ອງຊາວຄິດຢູ່ເຂດ ຊາວຄິດ ກິມ​ເຊີນ ​ແຂວງ​ນິງບີ​ງ. ທ່ານນາງຮອງ​ປະທານ​ປະ​ເທດ​ຫວຽດນາມ ຫງວຽນທິຢວານ ສະ​ແດງ​ຄວາມ​ຫວັງ​ວ່າ ​ໃນ​ປີໜ້າ, ພໍ່ແມ່ພີນ້ອງຊາວຄິດ​ໃນ​ບໍລິ​ເວນ ສືບ​ຕໍ່​ແກ້​ໄຂ​ຄວາມ​ຫຍຸ້ງ​ຍາກ, ​ເຂົ້າ​ຮ່ວມ​ການ​ປະຕິບັດ​ແຜນ​ນະ​ໂຍບາຍ, ນະ​ໂຍບາຍ​ຂອງ​ພັກ, ກົດໝາຍ​ຂອງ​ລັດ​ເປັນ​ຢ່າງ​ດີ, ຍູ້​ແຮງ​ບັນດາ​ຂະ​ບວນການ​ແຂ່ງຂັນ​ຮັກ​ຊາດ, ກໍ່ສ້າງ​ກຸ່ມ​ກ້ອນ​ມະຫາ​ສາມັກຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ, ປະກອບສ່ວນ​ຫຼາຍ​ກ່ວາ​ອີກ​ເຂົ້າ​ໃນ​ການ​ພັດທະນາ​ຂອງ​ແຂ​ວງນິງບີ​ງກໍ່​ຄື​ຂອງ​ປະ​ເທດ​ຊາດ. ທ່ານນາງຮອງ​ປະທານ​ປະ​ເທດ​ຫວຽດນາມ ຫງວຽນທິຢວານ ອວຍພອນ​ຊາວ​ຄິດ​ທຸກໆ​ຄົນ​ໃນ​ແຂວງ​ຈົ່ງ​ມີ​ສຸຂະພາບ​ເຂັ້ມ​ແຂງ ​ແລະ ພ້ອມ​ກັນ​ຕ້ອນຮັບ​ວັນ​ບຸນ​ຄິດ​ສະມາດ​ຢ່າງ​ເບີກບານ​ມ່ວນ​ຊື່ນ. ຕາງໜ້າ​ໃຫ້ພໍ່ແມ່ພີນ້ອງຊາວ ຄິດຢູ່ເຂດຊາວຄິດ ກິມ​ເຊີນ. ຫົວໜ້າເຂດຊາວຄິດ ຫງວຽນ​ແມ້ງ​ດາດ ​ເວົ້າ​ວ່າ :

“ ​ໃນ​ບັນຍາກາດ​ທີ່​ທຸກໆ​ຄົນ​ມີ​ຄວາມ​ເບີກບານ​ມ່ວນ​ຊື່ນ ກະກຽມ​ຕ້ອນຮັບ​ວັນ​ບຸນ​ຄິດ​ສະມາດ​ນັ້ນ, ເຂດຊາວຄິດມີ​ຄວາມ​ເປັນ​ກຽດ​ໄດ້​ຕ້ອນຮັບຮອງ​ປະທານ​ປະ​ເທດ​ຫວຽດນາມ ມາ​ຢາມ, ທຸກໆ​ຄົນ​ຍິ່ງ​ດີ​ໃຈ​ຫຼາຍ​ຍ້ອນ​ເຫັນ​ວ່າ ພັກ ​ແລະ ລັດ ​ໄດ້​ມີ​ຄວາມ​ເອົາ​ໃຈ​ໃສ່​ຕໍ່​ຊາວ​ຄິດ. ພວກ​ຂ້າພະ​ເຈົ້າ​ມີ​ຄວາມ​ຕື້ນ​ຕັນ​ໃຈ ​ແລະ​ຂໍ​ຂອບ​ໃຈ​ຕໍ່​ພັກ ​ແລະ​ ລັດທີ່​ໄດ້​ໃຫ້​ຄວາມ​ເອົາ​ໃຈ​ໃສ່​ຕໍ່​ຊີວິດ​ທຸກ​ດ້ານ​ຂອງ​ປະຊາຊົນ, ພວກ​ຂ້າພະ​ເຈົ້າ​ຈະ​ມານະ​ພະຍາຍາມ​ປະຕິບັດ​ໃຫ້​ເປັນ​ຢ່າງ​ດີ   ”

   ເນື່ອງໃນໂອກາດວັນບຸນຄິດສະມາດປີ 2011, ​ໃນ​ຊຸມ​ມື້​ທີ່​ຜ່ານ​ມາ, ການ​ນຳ​ແຂວງ ດັກ​ລັກ, ກອນ​ຕຸ​ມ, ​ເງະ​ອານ, ນະຄອນ ​ເກີນ​ເທີ, ວິ້ງ​ລອງ, ຄະນະ​ຊີ້​ນຳ​ເຂດ​ທາງທິດຕາ​ເວັນ​ຕົກ​ພາກ​ໄຕ້​ແຕ່ງ​ຕັ້ງ​ຄະນະ​ຜູ້​ແທນ​ລົງ​ໄປ​ຢ້ຽມຢາມ ​ແລະ ມອບ​ຂອງຂວັນ​​ໃຫ້​ແກ່​ບັນດາ​ສຳນັກ​ສັງຄະ​ລາດ, ​ໂຮງຮຽນ​ຊາວ​ຄິດ ​ແລະ ພໍ່​ແມ່​ຊາວ​ຄິດ ຢູ່​ເຂດ​ຊາວ​ຄິດ​ຕ່າງໆ. ຄຸນ​ພໍ່ ຮ່າ​ຢີ​ເຄີມ ຫົວໜ້າ​ເຂດ​ຊາວ​ຄິດ ​ແທງ​ເຕີມ ​ໃຫ້​ຮູ້​ວ່າ :

 “ ນີ້​ແມ່ນ​ຄວາມ​ເປັນ​ກຽດ​ສຳລັບ​ເຂດ​ຊາວ​ຄິດ​ພວກ​ຂ້າພະ​ເຈົ້າ​ເວົ້າ​ສະ​ເພາະ ​ແລະ​ ພໍ່​ແມ່​ພີ​ນ້ອງ​ຊາວ​ຄິດ​ທຸກໆ​ຄົນ​ເວົ້າລວມ, ​ເພາະວ່າ​ໃນ​ແຕ່ລະ​ປີ ອົງຄະ​ນະ​ພັກ ​ແລະ ຄະນະ​ກຳມະການ​ປະຊາ​ຊົນ​ແຂວງ ປີໃດ​ກໍ່ມີ​ຄຳ​ອວຍພອນ​ທີ່​ຈົບງາມ​ທີ່​ສຸດ​ ເນື່ອງໃນໂອກາດວັນບຸນຄິດສະມາດ ພ້ອມ​ທັງ​ລົງ​ຢ້ຽມຢາມເຂດຊາວຄິດ ​ແລະ​ມອບ​ຂອງຂວັນ​ອີກ​ດ້ວຍ. ໜ້າ​ທີ່​ຂອງ ພໍ່ແມ່ພີນ້ອງຊາວຄິດ​ແມ່ນ​ຕ້ອງ​ຈົ່ງ​ຮັກ​ພັກດີ​ກັບ​ພະ​ເຈົ້າ ກໍ່​ຄື​ຈົ່ງ​ຮັກ​ພັກດີ​ກັບປະ​ເທດ​ຊາດ, ຍາມ​ໃດ​ກໍ່​ມີ​ຈິດ​ໃຈ​ຮັກ​ແພງ​ມະນຸດ, ສາມັກຄີ​ເພື່ອກໍ່ສ້າງ​ສັງຄົມ​ໃຫ້​ນັບ​ມື້​ນັບ​ດີງາມ​ກ່ວາ​ເກົ່າ”

  

ຂ່າວ/ບົດ​ອື່ນ