ທ່ານນາງຮອງປະທານ ສະພາແຫ່ງຊາດ ຕອງທິຟ໋ອງ ລົງຢ້ຽມຢາມແຂວງບິ່ງເຟື໋ອກ

ທ່ານນາງຮອງປະທານ ສະພາແຫ່ງຊາດ ຕອງທິຟ໋ອງ ລົງຢ້ຽມຢາມແຂວງບິ່ງເຟື໋ອກ - ảnh 1
ທ່ານ​ນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ເຮັດ​ວຽກ​ກັບ​ແຂວງບິ່ງ​ເຟື໋ອ​ກ
( ພາບ: baobinhphuoc.com.vn )


( vovworld ) - ຕອນ​ບ່າຍ​ວັນ​ທີ 22/2, ທ່ານ​ນາງ ຕອງ​ທິຟ໋ອງ, ກຳມະການ​ກົມ​ການ​ເມືອງ, ຮອງ​ປະທານ​ສະພາ​ແຫ່ງ​ຊາດ ​ໄດ້​ມີ​ການ​ເຮັດ​ວຽກ​ກັບ​ແຂວງບິ່ງ​ເຟື໋ອ​ກ ກ່ຽວ​ກັບ​ສະພາບ​ການ​ຜັນ​ຂະຫຍາຍ ​ແລະ ໝາກຜົນ​​ແຫ່ງການ​ປະຕິບັດ​ມະຕິ​ຂອງ​ສະພາ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ພັດທະນາ​ເສດຖະກິດ - ສັງຄົມ​ປີ 2012. ທ່ານ​ນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ຕອງ​ທິຟ໋ອງ ​ໄດ້​ຍ້ອງຍໍ​ສັນລະ​ເສີນບັນດາ​ຄວາມ​ກ້າວໜ້າ​ຂອງ​ແຂວງ​ບິ່ງ​ເຟື໋ອກ ​ໃນ​ໄລຍະ​​ຜ່ານ​ມາ ​​ເຊິ່ງໄດ້​ຜັນ​ຂະຫຍາຍ​ມະຕິ​ຂອງ​ກອງ​ປະຊຸມ​ໃຫຍ່ຄັ້ງທີ 11 ຂອງ​ພັກຢ່າງ​ວ່ອງໄວ. ​ໃນ​ຂົງ​ເຂດ​ສັງຄົມ, ທາງ​ແຂວງ​ບັນລຸໄດ້​ຄວາມ​ກ້າວໜ້າ​ຫຼາຍ​ຢ່າງ, ​ເອົາ​ໃຈ​ໃສ່​ເຖິງ​ການ​ປະຕິບັດ​ບັນດາ​ນະ​ໂຍບາຍ​ດ້ານສັງຄົມ, ນະ​ໂຍບາຍ​​ໃຫ້​ແກ່ຜູ້​ທີ່​ມີ​ຄຸນ​ງາມ​ຄວາມ​ດີ​ຕໍ່​ການ​ປະຕິວັດ. ພິ​ເສດ​, ທາງ​ແຂວງ​ກໍ​ມີ​ບາດກ້າວ​ສຳຄັນ​ໃນ​ການ​ປັບປຸງ​ພື້ນຖານ, ກໍ່ສ້າງ​ອົງຄະ​ນະ​ພັກ​ຢ່າງ​ເຂັ້ມ​ແຂງ, ປັບປຸງ​ລະບົບ​ການ​ເມືອງ​​ ເຊິ່ງໄດ້​ສະ​ແດງ​ອອກຜ່ານ​ການ​ບຳລຸງ​ພະນັກງານ, ການນຳ​ໃຊ້​ພະນັກງານ​​ເຊິ່ງແມ່ນ​ຄົນ​ຊົນ​ເຜົ່າ​ສ່ວນ​ໜ້ອຍ. ທ່ານ​ນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ຕອງ​ທິຟ໋ອງ ກໍ​ໄປ​ຢ້ຽມຢາມ, ມອບ​ຂອງຂວັນ​ໃຫ້​ບັນດາ​ຄອບ​ຄົວ​ນະ​ໂຍບາຍ​ຢູ່​ເທດສະບານ​ເມື​ອງດົ່ງ​ຊ່ວາຍ.
ຂ່າວ/ບົດ​ອື່ນ