ທ່ານນາງຮອງປະທານ ສະພາແຫ່ງຊາດ ຫງວຽນທິກິມເງິນ ຕ້ອນຮັບຫົວໜ້າຜູ້ຕາງໜ້າ UNICEF ປະຈຳຫວຽດນາມ

ທ່ານນາງຮອງປະທານ ສະພາແຫ່ງຊາດ ຫງວຽນທິກິມເງິນ ຕ້ອນຮັບຫົວໜ້າຜູ້ຕາງໜ້າ UNICEF ປະຈຳຫວຽດນາມ - ảnh 1
(ທ່ານ​ນາງ​​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ທິກິມ​ເງິນ)

(vovworld) – ຕອນ​ບ່າຍ​ວັນ​ທີ 05/09, ຢູ່​ສຳນັກງານ​ສະພາ​ແຫ່ງ​ຊາດ, ທ່ານ​ນາງ​ຮອງ​ປະທານ​​ສະພາ​ແຫ່ງ​ຊາດ ຫງວຽນ​ທິກິມ​ເງິນ ​ໄດ້​​ໃຫ້ການຕ້ອນຮັບ​ທ່ານ Youssouf Adbel Jelil, ຫົວໜ້າ​ຜູ້ຕາງໜ້າ​ກອງ​ທຶນ​ເຍົາວະ​ຊົນ​ສະຫະ​ປະຊາ​ຊາດ (UNICEF) ປະຈຳ​ຫວຽດນາມ. ທີ່​ການ​ຕ້ອນຮັບ, ທ່ານ​ນາງ​​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ທິກິມ​ເງິນ ​ເນັ້ນ​ໜັກ​ວ່າ ສະພາ​ແຫ່ງ​ຊາດ​ຫວຽດນາມ ​ໃຫ້​ຄຳ​ໝັ້ນ​ສັນຍາຈະ​ກໍ່​ສ້າງ ​ແລະ ປັບປຸງ​ລະບົບ​ກົດໝາຍປົກ​ປ້ອງສິດ​ຜົນ​ປະ​ໂຫຍ​ດຂອງ​ເດັກ, ນຳ​ເອົາ​ສິດ​ຂອງ​ເດັກ​ເຂົ້າບັນດາ​ບັນຫາ​ກ່ຽວຂ້ອງ​​ເຖິງເດັກ​ໃນ​ວິວັດ​ການ​ສ້າງ​ກົດໝາຍ, ພ້ອມ​ທັງ​ຕິດຕາມ​ກວດກາ​ການ​ປົກ​ປ້ອງ ​ແລະ ຊຸກຍູ້​ສິດ​ຂອງ​ເດັກ.

        ທ່ານ​ນາງ​​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ທິກິມ​ເງິນ ສະ​ເໜີ​ໃຫ້ UNICEF ສືບ​ຕໍ່​ເອົາ​ໃຈ​ໃສ່​ສະ​ຫງວນ​ແຫຼ່ງກຳລັງ​ໜູນ​ຊ່ວຍ​ຫວຽດນາມ ​ໃນ​ການ​ສ້າງ, ປັບປຸງ​ກອບ​ກົດໝາຍ​ປົກ​ປ້ອງ ​ແລະ ​ເບິ່ງ​ແຍງ​ດູ​ແລ​ເດັກ, ​ເພີ່ມ​ທະວີ​ກຳລັງຄວາມ​ສາມາດ​​ໃຫ້​ພະນັກງານ​ສະພາ​ແຫ່ງ​ຊາດ, ​ເພີ່ມ​ທະວີປະສິດທິ​ຜົນ​ວຽກ​ງານ​ຕິດຕາມ​ກວດກາ​ການ​ປະຕິບັດ​ສິດ​ຂອງ​ເດັກ​ຢູ່​ສະພາ​ແຫ່ງ​ຊາດ.

ຂ່າວ/ບົດ​ອື່ນ