ທ່ານນາງຮອງປະທານປະເທດ Nguyen Thi Doan ໄປຢ້ຽມຢາມໄທ ຢ່າງເປັນທາງການ

ທ່ານນາງຮອງປະທານປະເທດ Nguyen Thi Doan ໄປຢ້ຽມຢາມໄທ ຢ່າງເປັນທາງການ - ảnh 1
ທ່ານ​ນາງ​ຮອງ​ປະທານ​ປະ​ເທດ Nguyen Thi Doan
ພົບ​ປະ​ກັບລາຊະ​ທິດາ ມະຫາ​ຈັກກີ ສິຣີນພອນ
( ພາບ: vietnamplus.vn )


( vovworld ) -   ຕອນ​ບ່າຍ​ວັນ​ທີ 20/6, ​ໃນ​​ການ​ຢ້ຽມຢາມ​ລາ​ຊະ​ອານາຈັກໄທ ຢ່າງ​ເປັນ​ທາງການຕາມ​ຄຳ​ເຊື້ອ​ເຊີນ​ຂອງ​ທ່າ​ນນາງ​ນາຍົກລັດຖະມົນຕີ​ໄທ ຍິງ​ຮັກ ຊິນນະ​ວັດ, ທ່ານ​ນາງ​ຮອງ​ປະທານ​ປະ​ເທດ Nguyen Thi Doan, ​ໄ​ດ້ມີ​ການ​ພົບ​ປະ​ກັບລາຊະ​ທິດາ ມະຫາ​ຈັກກີ ສິຣີນພອນ. ທ່ານ​ນາງ​ຮອງ​ປະທານ​ປະ​ເທດ Nguyen Thi Doan ​ໄດ້​ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ວ່າ ພາຍ​ໃຕ້​ການ​ນຳພາ​ອັນ​ສະຫຼາດ​ສ່ອງ​​ໃສຂອງ​ເຈົ້າ​ຊີວິດ​ໄທ, ປະຊາຊົນ​ໄທ ຈະ​ສືບ​ຕໍ່​ຍາດ​ໄດ້​ບັນດາ​ຜົນງານ​ທີ່​ໃຫຍ່​ຫຼວງ​​ໃນ​ທຸກ​ຂົງ​ເຂດກວ່າ​ອີກ ​ແລະ ພັດທະນາ​ຢ່າງ​ວັດ​ທະນາ​ຖາວອນ, ນັບ​ມື້​ນັບ​ມີ​ທີ່​ຕັ້ງ​ບົດບາດ​ສູງກວ່າ​ຢູ່​ໃນ​ພາກ​ພື້ນ ​ແລະ ​ໃນ​ໂລກ. ທ່ານ​ນາງ​ຮອງ​ປະທານ​ປະ​ເທດ Nguyen Thi Doan ​ແລະ ລາຊະ​ທິດາ ມະຫາ​ຈັກກີ ສິຣີນພອນ ​ໄດ້​ສະ​ແດງ​ຄວາມ​​ເພິ່ງ​ພໍ​ໃຈ​ຕໍ່​ການ​ພັດທະນາ​ອັນ​ດີງາມ​ຂອງ​ສາຍ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ ​ແລະ ການ​ຮ່ວມ​ມື​ຫຼາຍ​ດ້ານ​ລະຫວ່າງ​ສອງ​ປະ​ເທດ. ການ​ພົບ​ປະ​ຂັ້ນ​ສູງ, ພິ​ເສດ​ແມ່ນ​ການ​ຢ້ຽມຢາມຫວຽດນາມ ຂອງບັນດາ​ສະມາຊິກ​ຄອບຄົວ​ລາຊະວົງ​ໄທ, ​ໄດ້​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ປັບປຸງ​ຄວາມ​ເຂົ້າ​ໃຈ ​ແລະ ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ລະຫວ່າງ​ສອງ​ປະ​ເທດ ​ແລະ ສ້າງ​ກຳລັງ​ໜູນຊຸກຍູ້​​​ການ​ຮ່ວມ​ມື​ສອງ​ຝ່າຍ​ໃນ​ທຸກ​ຂົງ​ເຂດ.

ຂ່າວ/ບົດ​ອື່ນ