ທ່າ​ນນາງ​ຮອງ​ປະທານ​ປະ​ເທດ ດັ້ງ​ທິ​ງອັກ​ທິ້ງ ພົບ​ປະ​ກັບ​ຄະນະ​ຜູ້​ແທນເດັກຄໍາ​ຮູ້​ຂອງ​ລຸງ​ໂຮ່່ ​ແຂວງ​ເງະ​ອານ

(VOVWORLD) -  ຕອນເຊົ້າວັນທີ 13 ກໍລະກົດ, ຢູ່ຮ່າໂນ້ຍ, ທ່ານນາງຮອງປະທານປະເທດຫວຽດນາມ ດັ້ງທິງອັກທິ້ງ ໄດ້ພົບປະກັບຄະນະຜູ້ແທນ ເດັກຄໍາຮູ້ຂອງລຸງໂຮ່ ແຂວງເງະອານ ລວມມີ 130 ຄົນ ເນື່ອງໃນໂອກາດຄະນະມາຢ້ຽມຢາມ ນະຄອນຫຼວງຮ່າໂນ້ຍ.
ທ່າ​ນນາງ​ຮອງ​ປະທານ​ປະ​ເທດ ດັ້ງ​ທິ​ງອັກ​ທິ້ງ ພົບ​ປະ​ກັບ​ຄະນະ​ຜູ້​ແທນເດັກຄໍາ​ຮູ້​ຂອງ​ລຸງ​ໂຮ່່ ​ແຂວງ​ເງະ​ອານ - ảnh 1ທ່ານນາງຮອງປະທານປະເທດ ດັ້ງທິງອັກທິ້ງມອບຂອງຂວັນໃຫ້ແກ່ບັນດາຜູ້ແທນ (ພາບ: baonghean.vn) 

       ນີ້ແມ່ນບັນດາສະມາຊິກກອງເຍົາວະຊົນທີ່ດີເດັ່ນ, ມີຜົນງານດີເລີດໃນການຮຽນ, ວຽກງານເຍົາວະຊົນ,ໃນນັ້ນ ມີນັກຮຽນທຸກຍາກຫຼາຍຄົນໄດ້ຜ່ານຜ່າຄວາມຫຍຸ້ງຍາກ.

        ນະທີ່ນີ້, ທ່ານນາງຮອງປະທານປະເທດ ດັ້ງທິງອັກທິ້ງ ໄດ້ຕີລາຄາສູງຄວາມມານະພະຍາຍາມຂອງພວກເດັກທີ່ໄດ້ຜ່ານຜ່າຄວາມຫຍຸ້ງຍາກ ຮຽນເກັ່ງ ຂອງແຂວງເງະອານ; ພ້ອມທັງປາດຖະໜາວ່າ ພວກຫຼານເຍົາວະຊົນ, ອະນຸຊົນ ຂອງແຂວງ ເງະອານ ສືບຕໍ່ພະຍາຍາມ, ຫຼໍ່ລ້ຽງຄວາມໄຝ່ຝັນ, ຮຽນໃຫ້ເກັ່ງ, ສູ້ຊົນກາຍເປັນພົນລະເມືອງທີ່ມີປະໂຫຍດຕໍ່ສັງຄົມ, ເປັນເຈົ້າໃນອະນາຄົດຂອງປະເທດຊາດ ປະກອບສ່ວນໃຫ້ແກ່ປະເທດ ຫວຽດນາມ ນັບມື້ນັບພັດທະນາ. 

ຕອບກັບ

ຂ່າວ/ບົດ​ອື່ນ