ທ່ານນາງຮອງປະທານປະເທດ ດັ້ງທິງອັກທິ້ງ ພົບປະສັງສັນກັບຄະນະຜູ້ແທນພະນັກງານຄຸ້ມຄອງ, ນັກວິທະຍາສາດຍິງຂະແໜງການສຶກສາ

(VOVWORLD) - ທ່ານນາງຮອງປະທານປະເທດກໍ່ສະເໜີໃຫ້ຂະແໜງການສຶກສາຕັ້ງໜ້າຍູ້ແຮງບັນດາຂະບວນການແຂ່ງຂັນຮັກຊາດ, ແຂ່ງຂັນ “ສອນດີ - ຮຽນດີ”.
 
ທ່ານນາງຮອງປະທານປະເທດ ດັ້ງທິງອັກທິ້ງ ພົບປະສັງສັນກັບຄະນະຜູ້ແທນພະນັກງານຄຸ້ມຄອງ, ນັກວິທະຍາສາດຍິງຂະແໜງການສຶກສາ - ảnh 1 ທ່ານນາງຮອງປະທານປະເທດ ດັ້ງທິງອັກທິ້ງ ພົບປະສັງສັນກັບຄະນະຜູ້ແທນພະນັກງານຄຸ້ມຄອງ, ນັກວິທະຍາສາດຍິງຂະແໜງການສຶກສາ (ພາບ: TTXVN)

ແຫຼ່ງກຳລັງມະນຸດແມ່ນສຳຄັນທີ່ສຸດ, ຕັດສິນທຸກແຫຼ່ງກຳລັງພັດທະນາອື່ນ. ນີ້ແມ່ນຄວາມຮັບຜິດຊອບຂອງທຸກຂັ້ນ, ທຸກຂະແໜງການ, ທຸກຄອບຄົວ ແລະ ທຸກໂຮງຮຽນ. ນັ້ນແມ່ນຄຳຢືນຢັນຂອງທ່ານນາງຮອງປະທານປະເທດ ຫວຽດນາມ ດັ້ງທິງອັກທິ້ງ ໃນການພົບປະສັງສັນກັບຄະນະຜູ້ແທນພະນັກງານຄຸ້ມຄອງ, ນັກວິທະຍາສາດຍິງຂອງຂະແໜງການສຶກສາໃນຕອນເຊົ້າວັນທີ 18 ຕຸລາ ຢູ່ສຳນັກງານປະທານປະເທດ. ຕີລາຄາສູງບັນດາການປະກອບສ່ວນສຳຄັນຂອງບັນດາພະນັກງານຄຸ້ມຄອງຍິງ, ນັກວິທະຍາສາດຂະແໜງການສຶກສາ ແລະ ບຳລຸງສ້າງຍິງ, ທ່ານນາງຮອງປະທານປະເທດ ດັ້ງທິງອັກທິ້ງ ເນັ້ນໜັກວ່າ: ບັນດາພະນັກງານຄຸ້ມຄອງຍິງ, ນັກວິທະຍາສາດຍິງ ແມ່ນຫຼັກຖານພະຍານທີ່ຢັ້ງຢືນຖານະບົດບາດທີ່ຕັ້ງ ສຳຄັນຂອງແມ່ຍິງຂະແໜງການສຶກສາໃນກິດຈະການປ່ຽນແປງໃໝ່ຂອງປະເທດຊາດ ແລະ ເຊື່ອມໂຍງເຂົ້າກັບສາກົນ.

        ທ່ານນາງຮອງປະທານປະເທດກໍ່ສະເໜີໃຫ້ຂະແໜງການສຶກສາຕັ້ງໜ້າຍູ້ແຮງບັນດາຂະບວນການແຂ່ງຂັນຮັກຊາດ, ແຂ່ງຂັນ “ສອນດີ - ຮຽນດີ”.

ຕອບກັບ

ຂ່າວ/ບົດ​ອື່ນ