ທ່ານນາງຮອງປະທານປະເທດ ດັ້ງທິງອກທິ້ງ ມອບທຶນການສຶກສາ ແລະ ຂອງຂວັນວັນບຸນໄຫວ້ພະຈັນຢູ່ເຫ້ວ

(VOVWORLD) - ໂດຍສືບຕໍ່ການປະຕິບັດງານຢູ່ບັນດາແຂວງພາກກາງ, ວັນທີ 27 ກັນຍາ, ທ່ານນາງຮອງປະທານປະເທດ ຫວຽດນາມ ດັ້ງທິງອັກທິ້ງ ໄດ້ລົງຢ້ຽມຢາມ, ມອບທຶນການສຶກສາ ແລະ ມອບຂອງຂວັນວັນບຸນໄຫວ້ພະຈັນຢູ່ບ້ານເດັກ SOS ເຫ້ວ, ຕາແສງຖູຍຊວນ, ນະຄອນເຫ້ວ ແລະ ເດັກນ້ອຍທຸກຍາກໃນບໍລິເວນແຂວງ ເທື່ອທຽນ - ເຫ້ວ. 
ທ່ານນາງຮອງປະທານປະເທດ ດັ້ງທິງອກທິ້ງ ມອບທຶນການສຶກສາ ແລະ ຂອງຂວັນວັນບຸນໄຫວ້ພະຈັນຢູ່ເຫ້ວ - ảnh 1 ທ່ານນາງ ດັ້ງທິງອກທິ້ງ ມອບຂອງຂວັນ, ທຶນການສຶກສາໃຫ້ເດັກນ້ອຍທຸກຍາກ

ນະທີ່ນີ້, ທ່ານນາງຮອງປະທານປະເທດ ໄດ້ມອບ 100 ທຶນການສຶກສາໃຫ້ນັກຮຽນເກັ່ງທີ່ປະສົບກັບຄວາມຫຍຸ້ງຍາກ ແລະ ມອບໃຫ້ບ້ານເດັກ SOS ເຫ້ວ ຈຳນວນ 30 ລ້ານດົ່ງ. ທ່ານນາງຮອງປະທານປະເທດໄດ້ຕີລາຄາສູງບ້ານເດັກ SOS ເຫ້ວ ໃນຕະຫຼອດ 17 ປີຜ່ານມາ ໄດ້ເບິ່ງແຍງດູແລເດັກນ້ອຍທີ່ປະສົບກັບຄວາມຫຍຸ້ງຍາກເປັນພິເສດ; ພ້ອມທັງປາຖະໜາວ່າ ກະຊວງແຮງງານ - ທະຫານເສຍອົງຄະ ແລະ ສັງຄົມ, ຄະນະກຳມະການປະຊາຊົນ ແຂວງ ເທື່ອທຽນ - ເຫ້ວ ພ້ອມກັບບັນດານັກອຸປະຖຳ… ສືບຕໍ່ໜູນຊ່ວຍບ້ານເດັກ SOS ເບິ່ງແຍງດູແລພວກນ້ອງໃຫ້ດີກ່ວາອີກ.

ຕອບກັບ

ຂ່າວ/ບົດ​ອື່ນ