ທ່າ​ນນາງ​ຮອງ​ປະທານ​ປະ​ເທດ ດັ້ງ​ທິງ​ອກທິ້ງ ຢ້ຽມຢາມ ​ແລະ ມອບ​ຂອງຂວັນ​ໃຫ້​ແກ່​ເຍົາວະ​ຊົນ​ອະນຸຊົນຢູ່​ແຂວງ​ກວ໋າງນາມ

(VOVWORLD) -ນີ້ແມ່ນປີທໍາອິດທີ່ເດັກນ້ອຍເຂດພູດອຍແຂວງກວ໋າງນາມ ໄດ້ກິນນໍ້ານົມຢູ່ໂຮງຮຽນ ໃນໂຄງການ “ນໍ້ານົມໃນໂຮງຮຽນ” ແຫ່ງຊາດ.
ທ່າ​ນນາງ​ຮອງ​ປະທານ​ປະ​ເທດ ດັ້ງ​ທິງ​ອກທິ້ງ ຢ້ຽມຢາມ ​ແລະ ມອບ​ຂອງຂວັນ​ໃຫ້​ແກ່​ເຍົາວະ​ຊົນ​ອະນຸຊົນຢູ່​ແຂວງ​ກວ໋າງນາມ - ảnh 1ທ່ານນາງຮອງປະທານປະເທດ ດັ້ງທິງອກທິ້ງ ມອບຂອງຂວັນໃຫ້ແກ່ນັກຮຽນຢູ່ແຂວງກວ໋າງນາມ (ພາບ: TTXVN)

ຕອນເຊົ້າວັນທີ 1 ມິຖຸນາ, ເນື່ອງໃນໂອກາດວັນເດັກນ້ອຍສາກົນ, ທ່ານນາງຮອງປະທານປະເທດ ດັ້ງທິງອກທິ້ງ, ປະທານສະພາ ອຸປະກາລະ ກອງທຶນອຸປະກາລະເດັກ ຫວຽດນາມ ໄດ້ໄປຢ້ຽມຢາມເດັກທີ່ໂຮງຮຽນປະຖົມ ກິມດົ່ງ, ເທດສະບານ ຈ່າມີ, ເມືອງຈ່າມີເໜືອ, ແຂວງກວ໋າງນາມ. ນີ້ແມ່ນປີທໍາອິດທີ່ເດັກນ້ອຍເຂດພູດອຍແຂວງກວ໋າງນາມ ໄດ້ກິນນໍ້ານົມຢູ່ໂຮງຮຽນ ໃນໂຄງການ “ນໍ້ານົມໃນໂຮງຮຽນ” ແຫ່ງຊາດ.

ນັກຮຽນປະມານ 33.000 ຄົນ ຢູ່ 6 ເມືອງເຂດພູດອຍ ເຊິ່ງລວມມີ: ບັກຈ່າມີ, ນາມຈ່າມີ, ດົງຢາງ, ນາມຢາງ, ໄຕຢາງ ແລະ ເຟຶອກເຊີນ ໄດ້ຮັບນໍ້ານົມກັບທໍາອິດ ໂດຍທ່ານນາງຮອງປະທານປະເທດຫວຽດນາມ ດັ້ງທິງອກທີ້ງ ມອບໃຫ້. ທ່ານນາງຮອງປະທານປະເທດດັ້ງທິງອກທິ້ງ ກໍໄດ້ມອບເງິນຈໍານວນ 3 ຕື້ດົ່ງ ຈາກ ກອງທຶນອຸປະກະລະເດັກ ຫວຽດນາມ ເພື່ອໜູນຊ່ວຍເມືອງ ບັກຈ່າມີ, ແຂວງກວ໋າງນາມ ກໍ່ສ້າງຫໍພັກໃນໂຮງຮຽນໃຫ້ແກ່ເດັກ.

ຕອບກັບ

ຂ່າວ/ບົດ​ອື່ນ