ທ່ານນາງຮອງປະທານປະເທດ ດັ້ງທິງັອກທິ້ງ ອວຍພອນສະຫະສະມາຄົມ ສາສະໜາ ໂປແຕສຕັງ ຫວຽດນາມ

(VOVWORLD) - ທ່ານນາງຮອງປະທານປະເທດ ດັ້ງທິງັອກທິ້ງ ໄດ້ສົ່ງຄຳອວຍພອນອັນປະເສີດ ມາຍັງຄຸນພໍ່ ຖາຍເຝືອກເຈື່ອງ, ຫົວໜ້າສະຫະສະມາຄົມ ສາສະໜາ ໂປແຕສຕັງ ຫວຽດນາມ (ພາກໃຕ້) ແລະ ບັນດາຄຸນພໍ່ໃນສະຫະສະມາຄົມ ຕ້ອນຮັບວັນບຸນຄຣິດສະມາດ
ທ່ານນາງຮອງປະທານປະເທດ ດັ້ງທິງັອກທິ້ງ ອວຍພອນສະຫະສະມາຄົມ ສາສະໜາ ໂປແຕສຕັງ ຫວຽດນາມ  - ảnh 1 ທ່ານນາງຮອງປະທານປະເທດ ດັ້ງທິງອັກທິ້ງ ໄປຢ້ຽມຢາມ, ອວຍພອນ ສະຫະສະມາຄົມສາສະໜາ ໂປແຕສຕັງ ຫວຽດນາມ

ຕອນບ່າຍວັນທີ 20 ທັນວາ, ທີ່ນະຄອນ ໂຮ່ຈີມິນ, ທ່ານນາງ ດັ້ງທິງັອກທິ້ງ ຮອງປະທານປະເທດ ຫວຽດນາມ ໄດ້ໄປຢ້ຽມຢາມ, ອວຍພອນ ສະຫະສະມາຄົມສາສະໜາ ໂປແຕສຕັງ ຫວຽດນາມ (ພາກໃຕ້), ແລະ ຄຸນພໍ່, ຫົວໜ້າສະຫະສະມາຄົມ ຖາຍເຝືອກເຈື່ອງ ເນື່ອງໃນໂອກາດວັນ ຄຣິດສະມາດ 2018 ແລະ ປີໃໝ່ສາກົນ 2019.

ທ່ານນາງຮອງປະທານປະເທດ ດັ້ງທິງອັກທິ້ງ ໄດ້ສົ່ງຄຳອວຍພອນອັນປະເສີດມາຍັງຄຸນພໍ່ ຖາຍເຝືອກເຈື່ອງ, ຫົວໜ້າສະຫະສະມາຄົມສາສະໜາ ໂປແຕສຕັງ ຫວຽດນາມ (ພາກໃຕ້) ແລະ ບັນດາຄຸນພໍ່ໃນສະຫະສະມາຄົມ ຕ້ອນຮັບວັນບຸນຄຣິດສະມາດ ແລະ ປີໃໝ່ສາກົນ 2019 ຢ່າງເບີກບານມ່ວນຊື່ນ; ສະແດງຄວາມເຊື່ອໝັ້ນຕໍ່ຊາວຄຼິດສະຕຽນສືບຕໍ່ຕິດພັນກັບສາສະໜາ ແລະ ການດຳລົງຊີວິດ, ປະກອບສ່ວນກໍ່ສ້າງປະເທດຊາດໃຫ້ນັບມື້ນັບພັດທະນາ.

ທ່ານນາງຮອງປະທານປະເທດກໍ່ໄດ້ກ່າວຄຳຂອບໃຈ ແລະ ຮັບຮູ້ບັນດາການປະກອບສ່ວນຂອງບັນດາຄຸນພໍ່, ຜູ້ມີຍົດຖາບັນດາສັກຊ່ວຍວຽກ ພ້ອມທັງສາສະນິກກະຊົນຂອງສາສະໜາ ໂປແຕສຕັງ, ຮ່ວມເດີນທາງພ້ອມກັບພັກ, ລັດ ປະຕິບັດທຸກແຜນນະໂຍບາຍ, ນະໂຍບາຍ, ປະກອບສ່ວນເຂົ້າໃນການພັດທະນາລວມ.

ຕອບກັບ

ຂ່າວ/ບົດ​ອື່ນ