ທ່ານນາງຮອງປະທານປະເທດ ດັ້ງທິງອັກທິ້ງ ເຂົ້າຮ່ວມກອງປະຊຸມສຸດຍອດ CICA

(VOVWORLD) -CICA ແມ່ນແຫ່ງເຕົ້າໂຮມບັນດາພື້ນຖານເສດຖະກິດພັດທະນາຂະຫຍັນຂັນເຄື່ອນ, ມີຄວາມສາມາດບົ່ມຊ້ອນກາຍເປັນກຳລັງໜູນໃຫ້ແກ່ການພັດທະນາເສດຖະກິດໂລກໃນອະນາຄົດ.

ທ່ານນາງຮອງປະທານປະເທດ ດັ້ງທິງອັກທິ້ງ ເຂົ້າຮ່ວມກອງປະຊຸມສຸດຍອດ CICA - ảnh 1ທ່ານນາງຮອງປະທານປະເທດ ດັ້ງທິງອັກທິ້ງ ເຂົ້າຮ່ວມກອງປະຊຸມສຸດຍອດ CICA

(ພາບ: TTXVN)

ໂດຍໄດ້ຮັບຄຳເຊີນຂອງທ່ານ Emomali Rahmon, ປະທານາທິບໍດີສ. Tajikistan, ທ່ານນາງ ດັ້ງທິງອັກທິ້ງ, ຮອງປະທານປະເທດສສ.ຫວຽດນາມ ໄດ້ເຂົ້າຮ່ວມກອງປະຊຸມສຸດຍອດຄັ້ງທີ 5 ກ່ຽວກັບການສົມທົບກັນກະທຳ ແລະ ບັນດາມາດຕະການສ້າງຄວາມໄວ້ເນື້ອເຊື່ອໃຈຢູ່ອາຊີ (CICA) ເຊິ່ງດຳເນີນຢູ່ນະຄອນຫຼວງ Dushanbe ໃນລະຫວ່າງວັນທີ 14 – 15 ມິຖຸນາ.

        ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາງຮອງປະທານປະເທດ ດັ້ງທິງອັກທິ້ງ ໃຫ້ຂ້ໍສັງເກດວ່າ, CICA ແມ່ນແຫ່ງເຕົ້າໂຮມບັນດາພື້ນຖານເສດຖະກິດພັດທະນາຂະຫຍັນຂັນເຄື່ອນ, ມີຄວາມສາມາດບົ່ມຊ້ອນກາຍເປັນກຳລັງໜູນໃຫ້ແກ່ການພັດທະນາເສດຖະກິດໂລກໃນອະນາຄົດ.

        ທ່ານນາງຮອງປະທານປະເທດ ດັ້ງທິງອັກທິ້ງ ໄດ້ຢືນຢັນເຖິງນະໂຍບາຍສະເໝີຕົ້ນສະເໝີປາຍຂອງຫວຽດນາມ ແມ່ນຖືເປັນສຳຄັນສັນຕິພາບ, ການຮ່ວມມື ແລະ ພັດທະນາ, ການເຊື່ອມໂຍງເຂົ້າກັບສາກົນ, ຕັ້ງໜ້າເຂົ້າຮ່ວມ ແລະ ປະກອບສ່ວນຢ່າງມີຄວາມຮັບຜິດຊອບເຂົ້າໃນວຽກງານລວມຂອງປະຊາຄົມສາກົນ… ບົນຫຼັກການຍຸຕິທຳ, ກະຈ່າງແຈ້ງ ແລະ ອີງໃສ່ກົດໝາຍສາກົນ. ຍາມໃດຫວຽດນາມ ກໍ່ມານະພະຍາຍາມຮັກສາສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບຢູ່ພາກພື້ນ, ຮັບປະກັນຄວາມເສລີໃນການເດີນເຮືອຢູ່ທະເລ ແລະ ການບິນ, ແກ້ໄຂບັນດາການຂັດແຍ້ງກັນໂດຍສັນຕິວິທີ, ເໝາະສົມກັບກົດໝາຍສາກົນ, ໃນນັ້ນມີກົດບັດຂອງສະຫະປະຊາຊາດ ແລະ ສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982, ປະຕິບັດຖະແຫຼງການວ່າດ້ວຍການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ຢ່າງຄົບຖ້ວນ, ຊຸກຍູ້ການເຈລະຈາເພື່ອບັນລຸກົດແຫ່ງການປະພຶດໃນທະເລຕາເວັນອອກ (COC) ໂດຍໄວ ແລະ ມີປະສິດທິຜົນ.

        ແລະກໍ່ເນື່ອງໃນໂອກາດນີ້, ທ່ານນາງຮອງປະທານປະເທດ ດັ້ງທິງອັກທິ້ງ ໄດ້ພົບປະເຈລະຈາກັບທ່ານ Emomali Rahmon, ປະທານາທິບໍດີປະເທດ Tajikistan. ນະທີ່ນີ້, ທ່ານນາງຮອງປະທານປະເທດ ດັ້ງທິງອັກທິ້ງ ໄດ້ສະເໜີໃຫ້ 2 ຝ່າຍສຸມໃສ່ຊຸກຍູ້ການພັດທະນາເສດຖະກິດ, ການຄ້າ ດ້ວຍບັນດາມາດຕະການລະອຽດຄື: ເຈລະຈາ, ລົງນາມໃນບັນດາສັນຍາເພື່ອສ້າງຄວາມສະດວກໃຫ້ແກ່ການໄປມາຫາສູ່ຂອງພົນລະເມືອງ 2 ປະເທດ, ບັນດາມາດຕະການສົ່ງເສີມການອາລັກຂາການລົງທຶນ, ໜູນຊ່ວຍດ້ານຕຸລາການ…

        ນອກນັ້ນ, ທ່ານນາງຮອງປະທານປະເທດ ດັ້ງທິງອັກທິ້ງ ຍັງໄດ້ພົບແລກປ່ຽນກັບປະທານປະເທດຈີນ, ກະສັດກາຕາ, ນາຍົກລັດຖະມົນຕີ Azerbaijan…

ຕອບກັບ

ຂ່າວ/ບົດ​ອື່ນ