ທ່ານ​ນາງ​ຮອງ​ປະ​ທານ​ປະ​ເທດ ດັ້ງ​ທິ​ງອັກ​ທິ້ງ ເຂົ້າ​ຮ່ວມ​ກອງ​ປ​ະ​ຊຸມ​ໃຫຍ່​ແຂ່ງ​ຂັນ​ຮັກ​ຊາດ ຄັ້ງ​ທີ 5 ຂອງ​ຂະ​ແໜງ​ກະ​ສິ​ກຳ

(VOVWORLD) -ຕອນເຊົ້າວັນທີ 14 ພະຈິກ, ຢູ່ຮ່າໂນ້ຍ, ໄດ້ດຳເນີນກອງປະຊຸມໃຫຍ່ແຂ່ງຂັນຮັກຊາດ ຄັ້ງທີ 5 (2020 – 2025) ຂອງຂະແໜງກະສິກຳ ແລະ ພັດທະນາຊົນນະບົດ ໂດຍມີການເຂົ້າຮ່ວມຂອງ ທ່ານນາງ ດັ້ງທິງອັກທິ້ງ, ຮອງປະທານປະເທດ ຫວຽດນາມ, ຮອງປະທານຜູ້ທີ 1, ສະພາແຂ່ງຂັນ - ມອບລາງວັນສູນກາງ.
ທ່ານ​ນາງ​ຮອງ​ປະ​ທານ​ປະ​ເທດ ດັ້ງ​ທິ​ງອັກ​ທິ້ງ ເຂົ້າ​ຮ່ວມ​ກອງ​ປ​ະ​ຊຸມ​ໃຫຍ່​ແຂ່ງ​ຂັນ​ຮັກ​ຊາດ ຄັ້ງ​ທີ 5 ຂອງ​ຂະ​ແໜງ​ກະ​ສິ​ກຳ - ảnh 1 ທ່ານນາງຮອງປະທານປະເທດ ດັ້ງທິງອັກທິ້ງ ກ່າວຄຳເຫັນທີ່ພິທີ (ພາບ:TTXVN)

ກ່າວຄຳເຫັນນະທີ່ນີ້, ທ່ານນາງຮອງປະທານປະເທດ ດັ້ງທິງອັກທິ້ງ ຢັ້ງຢືນວ່າ ພັກ ແລະ ລັດ ຍາມໃດກໍເອົາໃຈໃສ່, ມີບັນດາແຜນນະໂຍບາຍ, ນະໂຍບາຍເພື່ອຊຸກຍູ້ຂະແໜງກະສິກຳ, ພັດທະນາຊົນນະບົດ. ທ່ານນາງເນັ້ນໜັກວ່າ ຄວາມຈິງໄດ້ສະແດງໃຫ້ເຫັນວ່າ, ກະສິກຳ ຍາມໃດກໍ່ສວມບົດບາດເປັນ “ແປ້ນຄ້ຳຊູ” ຂອງພື້ນຖານເສດຖະກິດໃນທຸກສະໄໝ, ໂດຍສະເພາະແມ່ນໄລຍະເກີດວິກິດການດ້ານເສດຖະກິດ ແລະ ຖືກຜົນສະທ້ອນຈາກັໂລກລະບາດໂຄວິດ - 19 ໃນທົ່ວໂລກ. ເສດຖະກິດຊົນນະບົດພັດທະນາຕາມທິດຍົກສູງມູນຄ່າການຜະລິດ, ພັດທະນາອຸດສາຫະກຳ, ການບໍລິການຊົນນະບົດ; ໂຄງປະກອບພື້ນຖານໂຄງລ່າງຊົນນະບົດ ໄດ້ຮັບການເພີ່ມທະວີ, ໂດຍສະເພາະແມ່ນການຄົມມະນາຄົມ, ຊົນລະປະທານ; ຊີວິດທາງດ້ານວັດຖຸ ແລະ ຈິດໃຈຂອງປະຊາຊົນຢູ່ເຂດຊົນນະບົດ ນັບມື້ນັບໄດ້ຮັບການປົວແປງໃຫ້ດີຂຶ້ນ.


ຕອບກັບ

ຂ່າວ/ບົດ​ອື່ນ