ທ່ານນາງຮອງປະທານປະເທດ ດັ້ງທິງອັກທິງ ເດີນທາງໄປຢ້ຽມຢາມ ສ.ອິນເດຍ

(VOVWORLD) -ໂດຍໄດ້ຮັບຄຳເຊື້ອເຊີນຂອງທ່ານຮອງປະທານາທິບໍດີ ອິນເດຍ Venkaiah Naidu, ວັນທີ 11 ກຸມພາ, ທ່ານນາງຮອງປະທານປະເທດ ຫວຽດນາມ ດັ້ງທິງອັກທິງ ໄດ້ເດີນທາງໄປຢ້ຽມຢາມ ສ.ອິນເດຍ ຢ່າງເປັນທາງການ.
ທ່ານນາງຮອງປະທານປະເທດ ດັ້ງທິງອັກທິງ ເດີນທາງໄປຢ້ຽມຢາມ ສ.ອິນເດຍ - ảnh 1 ທ່ານນາງຮອງປະທານປະເທດ ດັ້ງທິງອັກທິງ ເດີນທາງໄປຢ້ຽມຢາມ ສ.ອິນເດຍ (ພາບ: TTXVN)

ການຢ້ຽມຢາມດຳເນີນໄປໃນສະພາບການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງ ຫວຽດນາມ ແລະ ອິນເດຍ ສືບຕໍ່ພັດທະນາຢ່າງຕັ້ງໜ້າ; ແນໃສ່ຢັ້ງຢືນນະໂຍບາຍສະເໝີຕົ້ນສະເໝີປາຍຂອງ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນການເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານກັບ ອິນເດຍ; ປັບປຸງການພົວພັນລະຫວ່າງການນຳ 2 ປະເທດ ແລະ ຊຸກຍູ້ການຮ່ວມມືໃນບັນດາຂົງເຂດຫຼັກແຫຼ່ງ; ແລກປ່ຽນກ່ຽວກັບບາງບັນຫາຢູ່ພາກພື້ນ ແລະ ສາກົນເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ.

        ໃນຂອບເຂດການຢ້ຽມຢາມ, ທ່ານນາງຮອງປະທານປະເທດ ດັ້ງທິງອັກທິງ ຈະມີການພົບປະເຈລະຈາກັບທ່ານຮອງປະທານາທິບໍດີ ອິນເດຍ Venkaiah Naidu, ພົບປະກັບການນຳຕ່າງໆຂອງ ອິນເດຍ, ເຂົ້າຮ່ວມພິທີເປີດສະຫຼອງຫ້ອງການຂອງວິທະຍຸກະຈາຍສຽງ ຫວຽດນາມ ປະຈຳ ອິນເດຍ, ເປີດຕົວ 2 ສາຍການບິນໂດຍກົງ Mumbai - ດ່າໜັງ ແລະ Delhi - ດ່າໜັງ ຂອງບໍລິສັດການບິນ VietJet; ພົບປະກັບປະຊາຄົມຊາວ ຫວຽດນາມ ອາໄສຢູ່ ອິນເດຍ.

ຕອບກັບ

ຂ່າວ/ບົດ​ອື່ນ