ທ່ານນາງຮອງປະທານປະເທດ ດັ້ງທິງອັກທິ້ງ ໄປຢ້ຽມຢາມ ແລະ ເຮັດວຽກກັບກອງທັບເຮືອເຂດ 4

(VOVWORLD) - ຕອນເຊົ້າວັນທີ 02 ສິງຫາ, ທ່ານນາງຮອງປະທານປະເທດ ຫວຽດນາມ ດັ້ງທິງອັກທິ້ງ ໄດ້ໄປເຮັດວຽກກັບທະຫານເຮືອເຂດ 4; ຢ້ຽມຢາມບັນດາກົມກອງກອງທັບເຮືອທີ່ຕັ້ງທັບໃນຖານທີ່ໝັ້ນ ກາມແຣງ. 

ນະທີ່ນີ້, ທ່ານນາງຮອງປະທານປະເທດ ດັ້ງທິງອັກທິ້ງ ໄດ້ຕີລາຄາສູງຕໍ່ບັນດາກົມກອງປະຕິບັດໜ້າທີ່ໄດ້ຮັບມອບໝາຍສຳເລັດຜົນເປັນຢ່າງດີ, ພົ້ນເດັ່ນແມ່ນຈິດໃຈກຽມພ້ອມສູ້ຮົບ, ສະແດງໃຫ້ເຫັນເຈດຈຳນົງ, ຄຸນນະທາດ, ປົກປັກຮັກສາອຳນາດອະທິປະໄຕທະເລ, ໝູເກາະຂອງ ຫວຽດນາມ ໃນໄລຍະຜ່ານມາຢ່າງໝັ້ນຄົງ.

ທ່ານນາງຮອງປະທານປະເທດ ດັ້ງທິງອັກທິ້ງ ໄປຢ້ຽມຢາມ ແລະ ເຮັດວຽກກັບກອງທັບເຮືອເຂດ 4 - ảnh 1 ທ່ານນາງຮອງປະທານປະເທດ ດັ້ງທິງອັກທິ້ງ ໄປຢ້ຽມຢາມ ແລະ ເຮັດວຽກກັບກອງທັບເຮືອເຂດ 4 (ພາບ: SGGP)

        ເນື່ອງໃນໂອກາດນີ້, ທ່ານນາງຮອງປະທານປະເທດ ດັ້ງທິງອັກທິ້ງ ພ້ອມດ້ວຍຜູ້ຕາງໜ້າກອງທຶນອຸປະກາລະເດັກນ້ອຍ ຫວຽດນາມ, ກຸ່ມບໍລິສັດ ຮຶງທິ້ງ ມອບເງິນຈຳນວນ 21 ຕື້ດົ່ງໃຫ້ເມືອງເກາະ ເຈື່ອງຊາ, ມອບຂອງຂວັນໃຫ້ 40 ຄອບຄົວພົນທະຫານທີ່ປະສົບກັບຄວາມຫຍຸ້ງຍາກ ແລະ ນັກຮຽນດີເດັ່ນ 200 ຄົນແມ່ນລູກພະນັກງານ, ນັກຮົບຂອງບັນດາກົມກອງກອງທັບເຮືອ.

ຕອບກັບ

ຂ່າວ/ບົດ​ອື່ນ