ທ່ານນາງຮອງປະທານປະເທດ ຫງວຽນທິຢວານ ຕ້ອນຮັບຄະນະນັກຮຽນດີເດັ່ນແຂວງລາວກາຍ

ທ່ານນາງຮອງປະທານປະເທດ ຫງວຽນທິຢວານ ຕ້ອນຮັບຄະນະນັກຮຽນດີເດັ່ນແຂວງລາວກາຍ - ảnh 1
(ທ່ານ​ນາງ​ຮອງ​ປະທານ​ປະ​ເທດ ຫງວຽນ​ທິຢວານ
ຕ້ອນ​ຮັບ​ຄະນະ​ນັກຮຽນ​ດີ​ເດັ່ນ​ແຂວງ​ລາວ​ກາຍ)

(vovworld) – ຕອນ​ເຊົ້າ​ວັນ​ທີ 19/08, ຢູ່​ສຳນັກງານ​ປະທານ​ປະ​ເທດ, ທ່ານ​ນາງ​ຮອງ​ປະທານ​ປະ​ເທດ​ຫວຽດນາມ ຫງວຽນ​ທິຢວານ ​ໄດ້​ພົບ​ປະ​ກັບ​ຄະນະ​ຜູ້​ແທນ​ນັກຮຽນ​​ຊາວເຜົ່າ​ສ່ວນຫ​ນ້ອຍ​ດີ​ເດັ່ນຂອງ​ແຂວງ​ລາວ​ກາຍ ​ເນື່ອງ​ໃນ​ໂອກາດ​ມາ​ຢ້ຽມ​ນະຄອນຫຼວງ ​ແລະ ​ເຂົ້າ​ຄຳນັບສຸ​ສານ​ປະທານ​ໂຮ່ຈິ​ມິນ. ​ເຂົ້າ​ຮ່ວມ​ການ​ພົບ​ປະມີ​ນັກຮຽນ 20 ຄົນ​ເຊິ່ງ​ເປັນ​ນັກຮຽນ​ຊົນ​ເຜົ່າ​ດີ​ເດັ່ນ​ຂອງ 9 ​ແຂວງ, ນະຄອນ ​ແລະ ສູນ​ຊ່ວຍເຫຼືອສງຄົມ​ຂອງ​ແຂວງ​ລາວ​ກາຍ. ​ທີ່​ການ​ຕ້ອນຮັບ, ທ່ານ​ນາງ​ຮອງ​ປະທານ​ປະ​ເທດ ຫງວຽນ​ທິຢວານ ​ໄດ້​ເນັ້ນ​ໜັກ​ວ່າ, ​ໃນ​ໄລຍະ​ຜ່ານ​ມາ, ພັກ, ລັດ​ມີ​ບັນດາ​ນະ​ໂຍບາຍ​ລົງທຶນ, ສ້າງ​ເງື່ອນ​ໄຂ​ສະດວກ​ເພື່ອ​ໃຫ້​ນັກຮຽນ​ຊາວ​ເຜົ່າ​ໄດ້​ຮໍ່າຮຽນ ​ແລະ ຝຶກ​ຝົນ​ຫຼໍ່​ຫຼອມ. ຕໍ່ໜ້າ​ຄວາມ​ຕ້ອງການ​ພັດທະນາ​ຂອງ​ປະ​ເທດ​ຊາດ, ທ່ານ​ນາງ​ຮອບ​ປະທານ​ປະ​ເທດ ​ໄດ້​ຕັກ​ເຕືອນ​ພວກ​ນ້ອງ​ນັກຮຽນ ສືບ​ຕໍ່​ມານະ​ພະຍາຍາມ​ສູ້​ຊົນ, ຝຶກຝົນຫຼໍ່ຫຼອມດ້ານ​ຄຸນສົມບັດ, ຮໍ່າຮຽນ​ເປັນ​ຢ່າງ​ດີ ​ເພື່ອ​ກາຍ​ເປັນລູກ​ຄຳຮູ້, ​ນັກຮຽນ​ເກັ່ງ, ​ສົມ​ເປັນ​ຫຼານຄຳຮູ້​ຂອງ​ລຸ່ງ​ໂຮ່.

ຂ່າວ/ບົດ​ອື່ນ