ທ່ານນາງຮອງປະທານປະເທດ ຫງວຽນທິຢວານ ຕ້ອນຮັບວັນບຸນໄຫວ້ພະຈັນພ້ອມກັບເດັກນ້ອຍນິງບິ່ງ

ທ່ານນາງຮອງປະທານປະເທດ ຫງວຽນທິຢວານ ຕ້ອນຮັບວັນບຸນໄຫວ້ພະຈັນພ້ອມກັບເດັກນ້ອຍນິງບິ່ງ - ảnh 1
ທ່ານ​ນາງ​ຮອງ​ປະທານ​ປະ​ເທດ ຫງວຽນ​ທິຢວານ
ມອບ​ທຶນ​ສຶກສາ “ພ້ອມກັບ​ນ້ອງ​​ໄປ​​ໂຮງຮຽນ”
(ພາບ: TTXVN)


(vovworld) – ຕອນ​ບ່າຍ​ວັນ​ທີ 03/09, ຢູ່​ແຂວງ​ນິງບິ່ງ, ທ່ານ​ນາງ​ຮອງ​ປະທານ​ປະ​ເທດ ຫງວຽນ​ທິຢວານ, ປະທານ​ສະພາກ​ອງທຶນອຸປະ​ກະລະ​ເດັກ​ຫວຽດນາມ, ພ້ອມ​ກັບ​ຄະນະ​ປະຕິບັດ​ງານ​ເຂົ້າ​ຮ່ວມ​ລາຍການຕ້ອນ​ຮັບ​ວັນ​ບຸນ​ໄຫວ້​ພະຈັນພ້ອມກັບເດັກນ້ອຍພວມ ຮໍ່າຮຽນ​ຢູ່​ໂຮງຮຽນສຶກສາລ້ຽງ​ດູເລກ 2, ​ແລະ ມອບ​ທຶນ​ສຶກສາ “ພ້ອມກັບ​ນ້ອງ​​ໄປ​​ໂຮງຮຽນ” ປີ 2014 ​ໃຫ້​​ເດັກນ້ອຍທີ່​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ໃນ​ບໍລິ​ເວນ​ແຂວງ​ກວ່າ 120 ຄົນ. ກ່າວ​ຄຳ​ເຫັນ​ທີ່​ລາຍການ, ທ່ານ​ນາງ​ຮອງ​ປະທານ​ປະ​ເທດ ຫງວຽນ​ທິຢວານ ສະ​ເໜີ: ​ເພື່ອ​ສ້າງ​ເງື່ອນ​ໄຂ​ສະດວກ​ທີ່​ສຸດ​ໃຫ້​ແກ່​ເດັກນ້ອຍ​ພັດທະນາ​ຢ່າງຮອບດ້ານ, ອົງຄະ​ນະ​ພັກ, ອຳນາດ​ການ​ປົກຄອງ​ໄດ້​ສົມທົບ​ກັບ​ບັນດາ​ຂະ​ແໜງ​ການ, ອົງການ​ຈັດ​ຕັ້ງ​ມະຫາຊົນ ສືບ​ຕໍ່​ປະຕິບັດ​ບັນດາ​ນະ​ໂຍບາຍ, ກົດໝາຍ​ຂອງ​ພັກ ​ແລະ ລັດ ສຳລັບ​ເດັກນ້ອຍ​ຢ່າງ​ມີ​ປະສິດທິ​ຜົນ. ພໍ່​ແມ່​ພວກ​ນ້ອງ​ຄວນ​ເອົາ​ໃຈ​ໃສ່, ​ເບິ່ງ​ແຍງ, ດູ​ແລ​ເດັກ​​ໃນ​ຄອບຄົວ ​ເພື່ອ​​ໃຫ້​ເດັກ​ມີ​ສິດ​ຮໍ່າຮຽນ, ລະ​ຫຼິ້ນ​ໃຫ້​ເໝາະ​ສົມ​ກັບ​​ເກນ​ອາຍຸ​ຂອງ​ຕົນ. ພ້ອມ​ທັງ​ປາດ​ຖະໜາ​ວ່າ ພວກ​ນ້ອງ​ຈະ​ສືບ​ຕໍ່ສູ້​ຊົນ​ບືນຕົວ​ຂຶ້ນ​ໃນ​ການ​ຮໍ່າຮຽນ ​ແລະ ຝຶກ​ຝົນ​ຫຼໍ່​ຫຼອມ, ​​​​ຈະ​ປະກອບກຳລັງ​ເຫື່ອ​ແຮງ, ພູ​ູມປັນຍາ​ສ້າງສາ​ບ້ານ​ເກີດ​ເມືອງ​ນອນ, ກາຍ​ເປັນ​ຜູ້​ມີ​ປະ​ໂຫຍ​ດຕໍ່​ສັງຄົມ.

ຂ່າວ/ບົດ​ອື່ນ