ທ່ານນາງຮອງປະທານປະເທດ ຫງວຽນທິຢວານ ພົບປະກັບບັນດາຜູ້ແທນໄດ້ຮັບລາງວັນໜ່ວຍໂລກຄຳ 2013

ທ່ານນາງຮອງປະທານປະເທດ ຫງວຽນທິຢວານ ພົບປະກັບບັນດາຜູ້ແທນໄດ້ຮັບລາງວັນໜ່ວຍໂລກຄຳ 2013 - ảnh 1
ທ່ານ​ນາງ​ຮອງ​ປະທານ​ປະ​ເທດ ຫງວຽນ​ທິຢວານ
ພົບ​ປະ​ກັບ​ບັນດາ​ຜູ້​ແທນ​ໄດ້​ຮັບ​ລາງ​ວັນ​ໜ່ວຍ​ໂລກ​ຄຳ 2013
(ພາບ: tienphong.vn)


(vovworld) - ລາງ​ວັນ​ໜ່ວຍ​ໂລກ​ຄຳ ​ໂດຍ​ສູນ​ກາງ​ຄະນະຊາ​ວໜຸ່ມ​ກອມມູນິດ​​ໂຮ່ຈິ​ມິນ ປຸກລະດົມ​ແຕ່​ປີ 2003 ຮອດ​ປີ 2013. ກ່າວ​ຄຳ​ເຫັນ​ທີ່​ການ​ພົບ​ປະ​ກັບນັກ​ຄົ້ນຄວ້າວິທະຍາສາດ 85 ຄົນ ທີ່​ໄດ້​ຮັບ​ລາງວັນ​ໜ່ວຍ​ໂລກ​ຄຳ ​ໃນຕ​ອນ​ເຊົ້າ​ວັນ​ທີ 23/12, ຢູ່​ຮ່າ​ໂນ້ຍ, ທ່ານ​ນາງ​ຮອງ​ປະທານ​ປະ​ເທດ ຫງວຽນ​ທິຢວານ ​ໄດ້​ຍ້ອງຍໍ​​ການ​ປະກອບສ່ວນ​ຂອງ​ຊາວໜຸ່ມ​ທີ່​ມີ​ຄວາມ​ເກັ່ງ​ກ້າ​ສາມາດ ​ເຊິ່ງ​ໄດ້​ຮັບ​ລາງ​ວັນ​ໜ່ວຍ​ໂລກ​ຄຳ ​ແຕ່​ປ​ີ 2003 ມາ​ຮອດ​ປະຈຸ​ບັນ. ມີ ​40 ປະ​ເທດ​ໃນ​ໂລກໄດ້​ຈົດ​ທະບຽນ​ນຳ​ໃຊ້​ຫຼາຍກິດຈະການ​ຄົ້ນຄວ້າ​ຂອງບັນດາ​ນັກວິທະຍາສາດ​ໜຸ່ມ​ ​ ອັນ​ໄດ້ຢືນຢັນ​ຄວາມ​ສາມາດ, ພູມ​ປັນຍາຂອງ​​ໄວ​ໜຸ່ມ​ຫວຽດນາມ ບົນ​ເວທີ​ສາກົນ. ທ່ານ​ນາງ​ຮອງ​ປະທານ​ປະ​ເທດ ຫງວຽນ​ທິຢວານ ສະ​ເໜີ ຕ້ອງ​ຄົ້ນຄວ້າເປີດ​ກວ້າງ​ລາງວັນ ​ເພື່ອ​ໃຫ້​ຊາວ​ໜຸ່ມຫຼາຍ​ຄົນມີ​​ເງື່ອນ​ໄຂ​ເຂົ້າ​ຮ່ວມ, ຢືນຢັນ​ຕົນ​ເອງ.

    “ລັດ​ໄດ້​ມີ​ຍຸດ​ທະ​ສາດ​ພັດທະນາ​ແຫຼ່ງຊັບພະຍາກອນ​ມະນຸດ​ແຫ່ງ​ຊາດ: ​ໄດ້​ມີ​ປັດ​ໃຈ, ເງື່ອນ​ໄຂ​ຢ່າງ​ຄົບ​ຖວ້ນເພື່ອ​​ເສີມ​ຂະຫຍາຍພູມ​ປັນຍາ ​ແລະ ພັດທະນາ​. ໜຶ່ງ​ໃນ 3 ຂອດ​ບຸກທະລຸ​ເຊິ່ງກອງ​ປະຊຸມ​ໃຫຍ່​ຂອງ​ພັກ​ໄດ້​ວາງ​ອອກ​ນັ້ນ​ແມ່ນ ພັດທະນາ​ແຫຼ່ງຊັບພະຍາກອນ​ທີ່​ມີ​ຄຸນະພາບ​ສູງ ​ແມ່ນ​​ເລັ່ງໃສ່​ຊາວໜຸ່ມ, ລຸ້ນໜຸ່ມ, ​ເປັນ​ເສົາ​ຄຳ້​ຂອງ​ປະ​ເທດ​ຊາດ. ພິ​ເສດ​ແມ່ນ​ບັນດາ​ຜູ້​ທີ່​ໄດ້​ຮັບ​ລາງ​ວັນ​ດັ່ງກ່າວ ຕ້ອງ​ໄດ້​ຮັບ​ການ​ນຳ​ໃຊ້.”

        ທີ່​ການ​ພົບ​ປະ, ບັນດາ​​ຊາວໜຸ່ມ​ທີ່​ມີ​ຄວາມ​​ເກັ່ງ​ກ້າສາມາດ​ຢືນຢັນ ຈະ​ສືບ​ຕໍ່​ຮໍ່າຮຽນ, ຄົ້ນຄວ້າ​ເພື່ອສົມ​ກັບ​ລາງວັນໜ່ວຍ​ໂລກ​ຄຳທີ່​ໄດ້​ຮັບ.

ຂ່າວ/ບົດ​ອື່ນ