ທ່ານນາງຮອງປະທານປະເທດ ຫງວຽນທິຢວານ ພົບປະເຈລະຈາກັບປະທານາທິບໍດີບູນກາຣີ

ທ່ານນາງຮອງປະທານປະເທດ ຫງວຽນທິຢວານ ພົບປະເຈລະຈາກັບປະທານາທິບໍດີບູນກາຣີ - ảnh 1
ທ່ານນາງຮອງປະທານປະເທດ ຫງວຽນທິຢວານ
ພົບປະເຈລະຈາກັບປະທານາທິບໍດີບູນກາຣີ
(ພາບ: VTV)


(vovworld) – ທີ່​ການ​ພົບ​ປະ​ເຈລະຈາ​ກັບ​ທ່ານ​ປະທານາທິບໍດີ​ບູນກາຣີ Rosen Plevnelive ​ເນື່ອງ​ໃນ​ໂອກາດ​ການ​ຢ້ຽມຢາມ​ສ. Macrdonia ຢ່າງ​ເປັນ​ທາງການ, ​ໃນ​ລະຫວ່າງ​ວັນ​ທີ 01 – 05/12, ທ່ານນາງ​ຮອງ​ປະທານ​ປະ​ເທດ ຫງວຽນທິຢວານ ​ໄດ້​ຕີ​ລາຄາ​ສູງ ການ​ຢ້ຽມຢາມຫວຽດນາມ ຂອງ​ທ່ານ​ປະທາ​ນາທິບໍດີ ບູນກາຣີ ​​ເມື່ອ​ເດືອນ 03/2013 ​ແລ​ະ ທ່ານ​ນາຍົກລັດຖະມົນຕີ Plamen Orsasky ​ເມື່ອ​ເດືອນ 04/2014. ບັນດາໝາກຜົນ​ຂອງ​ການ​ຢ້ຽມຢາມ​ດັ່ງກ່າວ ​ໄດ້​ສ້າງ​ກຳລັງ​ຊຸກຍູ້​ໃໝ່ ນຳ​ການ​ພົວພັນ​ລະຫວ່າງ 2 ປະ​ເທດ​ເຂົ້າ​ສູ່​ລວງ​ເລິກ. ທ່ານ​ປະທານາທິບໍດີ Plevnelive ຢືນຢັນ​ວ່າ, ບູນກາຣີ ຖື​ເປັນ​ສຳຄັນ ​​ແລະ ປາດ​ຖະໜາ​ເພີ່ມ​ທະວີ​ການ​ຮ່ວມ​ມື​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ ​ແລະ ຮ່ວມ​ມື​ຫຼາຍ​ດ້ານ​ກັບ​ຫວຽດນາມ, ຖື​ຫວຽ​ດນາມ ​ແມ່ນ​ຄູ່​ຮ່ວມ​ມື​ສຳຄັນ​ຢູ່​ພາກ​ພື້ນ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້.

        ກ່ຽວ​ກັບ​ການ​ຮ່ວມ​ມື 2 ຝ່າຍ, 2 ຝ່າຍ​ໄດ້​ເຫັນ​ດີ​ຈະ​ຮັກສາ​ການ​ແລກປ່ຽນ​ຄະນະ​ຜູ້​ແທນ​ຂັ້ນ​ຕ່າງໆ, ​ໂດຍ​ສະ​ເພາະ​ແມ່ນ​ຂັ້ນ​ສູງ ​ແລະ ລະຫວ່າງ​ກະຊວງ, ຂະ​ແໜງ​ການ​ຂອງ 2 ປະ​ເທດ ​​ແນ​ໃສ່​ຊຸກຍູ້​ການ​ຮ່ວມ​ມື​ໃນ​ທຸກ​ຂົງ​ເຂດ. 2 ຝ່າຍ​ເຊື່ອ​ໝັ້ນ​ວ່າ, ດ້ວຍ​ສັນ​ຍາ​ການ​ຄ້າ​ເສລີ​ຫວຽດນາມ - EU ທີ່​ຈະ​ໄດ້​ຮັບ​ການ​ລົງ​ນາມ, ກໍ່​ຄື​ບັນດາ​ສັນຍາ ​ແລະ ຂໍ້​ຕົກລົງ​ຮ່ວມ​ມື​ທີ່​ໄດ້​ຮັບ​ການ​ລົງ​ນາມ, ການ​ຮ່ວມ​ມືດ້ານ​ການ​ຄ້າ - ການ​ລົງທຶນ​ລະຫວ່າງ 2 ປະ​ເທດ ຈະ​ນັບ​ມື້​ນັບ​ພັດທະນາ​ຢ່າງ​ມີ​ປະສິດທິ​ຜົນ. ບູນກາຣີ ຢືນຢັນ ຈະ​ສະ​ນັບ​ສະ​ໜູນ​ຫວຽດນາມ ​ໃນ​ການ​ພົວພັນ​ກັບ​ສະຫະພາບ​ເອີ​ລົບ; ສະໜັບສະໜູນ​ການ​ສິ້ນ​ສຸດ​ການ​ເຈລະຈາ​ສັນຍາ​ການ​ຄ້າ​ເສລີ​ລະຫວ່າງ​ຫວຽດນາມ - EU.

     ເນື່ອງໃນໂອກາດນີ້, ທ່ານ​ນາງ​ຮອງ​ປະທານ​ປະ​ເທດ ຫງວຽນທິຢວານ  ໄດ້ໄປຢ້ຽມຢາມພະນັກງານ, ພາລະກອນສະຖານທູດຫວຽດນາມ ແລະ ພົບປະກັບຜູ້ຕາງໜ້າປະຊາຄົມຊາວຫວຽດນາມ ອາໄສຢູ່ບູນກາຣີ
ຂ່າວ/ບົດ​ອື່ນ