ທ່ານນາງຮອງປະທານປະເທດ ຫງວຽນທິຢວານ ມອບຂອງຂວັນໃຫ້ແກ່ນັກຮຽນທຸກຍາກ

ທ່ານນາງຮອງປະທານປະເທດ ຫງວຽນທິຢວານ ມອບຂອງຂວັນໃຫ້ແກ່ນັກຮຽນທຸກຍາກ - ảnh 1
ທ່ານ​ນາງ​ຮອງ​ປະທານ​ປະ​ເທດ ຫງວຽນ​ທິຢວານມອບ​ຂອງ​ຂວັນ​ໃຫ້​ແກ່​ນັກຮຽນ​ທຸກ​ຍາກ​
ພາບ: TTXVN


(vovworld) - ​ແຕ່​ວັນ​ທີ 17 - 19/1, ຄະນະ​ປະຕິບັດ​ງານ​ສູນ​ກາງ ​ໂດຍ​ທ່ານ​ນາງ​ຮອງ​ປະທານ​ປະ​ເທດ ຫງວຽນ​ທິຢວານ ນຳ​ຫນ້າ ​ໄດ້​ລົງ​ຢ້ຽມຢາມ, ອວຍພອນ​ປີ​ໃຫມ່ ​ແລະ ມອບ​ຂອງ​ຂວັນ​ໃຫ້​ແກ່​ນັກຮຽນ​ທຸກ​ຍາກ​ບື່ນຕົວ​ຂຶ້ນ, ຄອບຄົວ​ທຸກ​ຍາກ, ຄອບຄົວ​ໃນ​ເປົ້າ​ໝາຍ​ນະ​ໂຍບາຍ ​ແຂວງ ລາຍ​ເຈົາ. ກ່າວ​ຄຳ​ເຫັນ​ນະ​ພິທີ​ມອບ​ທຶນ​ສຶກສາ, ທ່ານ​ນາງ​ຮອງ​ປະທານ​ປະ​ເທດ ຫງວຽນ​ທິຢວາ​ນ ສະ​ເຫ​ນີ​ໃຫ້​ທຸກ​ຂັ້ນ, ຂະ​ແຫນງ​ການຕ່າງໆ​ຢູ່ ​ແຂວງ ລາຍ​ເຈົາ ​ໃນ​ໄລຍະ​ຈະ​ມາ​ເຖິງ​ຄວນ​​ເອົາ​ໃຈ​ໃສ່​ຕໍ່​ວຽກງານ​ພັດທະນາ​ແຫ​ລ່ງຊັບພະຍາກອນ​ມະນຸດ, ລົງທຶນ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ, ​ເປີດ​ກວ້າງ​ຂອບ​ຂະຫນາດ​ໂຮງຮຽນ, ຮັກສາ​ຈຳນວນ​ນັກຮຽນ, ບຳລຸງ​ສ້າງ, ຝຶກ​ຝົນ​ຖັນ​ແຖວ​ຄູ​ອາຈານ​ຢູ່​ທຸກ​ຂັ້ນ, ຂະ​ແຫນງ​ການ, ຮັບປະກັນ​ຊີວິດ​ສັງຄົມ, ຍູ້​ແຮງ​ການ​ລົບ​ລ້າງ​ຄວາມ​ອຶດຫິວ​ຫລຸດຜ່ອນ​ຄວາມທຸກ​ຍາກ.

ຂ່າວ/ບົດ​ອື່ນ