ທ່ານ​ນາງ​ຮອງ​ປະ​ທານ​ປະ​ເທດ ຫວໍ​ທິ​ແອັງ​ຊວັນ ຕ້ອນ​ຮັບ​ຄະ​ນະຜູ້​ແທນ​ຜູ້​ມີ​ຄຸນ​ງາມ​ຄວາມ​ດີ​ຕໍ່​ການ​ປະ​ຕິ​ວັດ ແຂວງ ບິ່​ງ​ດິ້ງ

(VOVWORLD) -ໃນວິວັດການພັດທະນາຂອງປະເທດຊາດ, ພັກ, ລັດ ຫວຽດນາມ ຍາມໃດກໍປັບປຸງບັນດາແຜນນະໂຍບາຍ, ນະໂຍບາຍສຳລັບຜູ້ມີຄຸນງາມຄວາມດີໃຫ້ສົມບູນແບບຢ່າງບໍ່ຢຸດຢັ້ງ ເພື່ອເບິ່ງແຍງດູແລຜູ້ມີຄຸນງາມຄວາມດີໃຫ້ນັບມື້ນັບດີກວ່າເກົ່າ.
ທ່ານ​ນາງ​ຮອງ​ປະ​ທານ​ປະ​ເທດ ຫວໍ​ທິ​ແອັງ​ຊວັນ ຕ້ອນ​ຮັບ​ຄະ​ນະຜູ້​ແທນ​ຜູ້​ມີ​ຄຸນ​ງາມ​ຄວາມ​ດີ​ຕໍ່​ການ​ປະ​ຕິ​ວັດ ແຂວງ ບິ່​ງ​ດິ້ງ - ảnh 1ທ່ານນາງຮອງປະທານປະເທດ ຫວຽດນາມ ຫວໍທິແອັງຊວັນ ຕ້ອນຮັບຄະນະຜູ້ແທນຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດແຂວງ ບິ່ງດິ້ງ

ຕອນເຊົ້າວັນທີ 26 ກໍລະກົດ, ຢູ່ທຳນຽບປະທານປະເທດ, ທ່ານນາງຮອງປະທານປະເທດ ຫວຽດນາມ ຫວໍທິແອັງຊວັນ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດແຂວງ ບິ່ງດິ້ງ, ເນື່ອງໃນໂອກາດມາຢາມ ນະຄອນຫຼວງ ຮ່າໂນ້ຍ ແລະ ເຂົ້າຄຳນັບສຸສານອາໄລຫາປະທານ ໂຮ່ຈີມິນ. ກ່າວຄຳເຫັນນະທີ່ນີ້, ທ່ານນາງຮອງປະທານປະເທດ ຫວໍທິແອັງຊວັນ ຊີ້ແຈ້ງວ່າ ໃນວິວັດການພັດທະນາຂອງປະເທດຊາດ, ພັກ, ລັດ ຫວຽດນາມ ຍາມໃດກໍປັບປຸງບັນດາແຜນນະໂຍບາຍ, ນະໂຍບາຍສຳລັບຜູ້ມີຄຸນງາມຄວາມດີໃຫ້ສົມບູນແບບຢ່າງບໍ່ຢຸດຢັ້ງ ເພື່ອເບິ່ງແຍງດູແລຜູ້ມີຄຸນງາມຄວາມດີໃຫ້ນັບມື້ນັບດີກວ່າເກົ່າ. ທ່ານນາງ ຮອງປະທານປະເທດ ຫວໍທິແອັງຊວັນສະເໜີວ່າ:

        “ສະເໜີໃຫ້ບັນດາພະແນກ, ຂະແໜງການ, ພິເສດແມ່ນພະແນກແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ສົມທົບກັບບັນດາທ້ອງຖິ່ນສຳຫຼວດກວດຄືນ, ອັບເດດສະພາບການຕົວຈິງກ່ຽວກັບຜູ້ມີຄຸນງາມຄວາມດີໃນບໍລິເວນຂອງຕົນເປັນປະຈຳ ເພື່ອສະເໜີໃຫ້ມີການເບິ່ງແຍງຢ່າງທັນການ. ນອກຈາກນັ້ນ, ຂ້າພະເຈົ້າກໍຫວັງວ່າ ທ້ອງຖິ່ນຕ່າງໆ ຈົ່ງເອົາໃຈໃສ່ເຖິງຄົນລຸ້ນລູກລຸ້ນຫຼານຂອງຜູ້ມີຄຸນງາມຄວາມດີ, ສ້າງເງື່ອນໄຂໃຫ້ພວກລູກພວກຫຼານຮ່ຳຮຽນ, ຝຶກຝົນຫຼໍ່ຫຼອມໃຫ້ເຕີບໃຫຍ່, ກາຍເປັນແຫຼ່ງກຳລັງສຳຄັນເພື່ອສ້າງສາບ້ານເກີດເມືອງນອນ, ປະກອບສ່ວນເຂົ້າໃນການພັດທະນາຂອງປະເທດຊາດ”.

 

ຕອບກັບ

ຂ່າວ/ບົດ​ອື່ນ