ທ່ານນາງຮອງປະທານປະເທດ ຫວໍທິແອງຊວນ ມອບຂອງຂວັນຫນູນຊ່ວຍວຽກງານປ້ອງກັນຕ້ານໂລກລະບາດຢູ່ແຂວງ ອານຢາງ

(VOVWORLD) - ທ່ານນາງ ຮອງປະທານປະເທດຫວຽດນາມ ຫງວຽນທິແອງຊວັນ  ມອບຂອງຂວັນຫນູນຊ່ວຍວຽກງານປ້ອງກັນຕ້ານໂລກລະບາດຢູ່ ແຂວງ ອານຢາງ, ດົ່ງທາບ, ໄຕນິງ, ຕຽນຢາງ ແລະ ເກີນເທີ ດ້ວຍຍອດມູນຄ່າເກືອບ 35 ຕື້ດົ່ງ.
ທ່ານນາງຮອງປະທານປະເທດ ຫວໍທິແອງຊວນ ມອບຂອງຂວັນຫນູນຊ່ວຍວຽກງານປ້ອງກັນຕ້ານໂລກລະບາດຢູ່ແຂວງ ອານຢາງ - ảnh 1ທ່ານນາງຮອງປະທານປະເທດຫວຽດນາມ ຫງວຽນທິແອງຊວັນ ເຮັດວຽກກັບການນຳແຂວງ ອານຢາງ

ວັນທີ 19 ກັນຍາ, ທ່ານນາງຮອງປະທານປະເທດຫວຽດນາມ ຫງວຽນທິແອງຊວັນ ພ້ອມກັບຄະນະປະຕິບັດງານ ໄດ້ລົງຢ້ຽມຢາມ, ລະດົມກຳລັງໃຈ ແລະ ມອບຂອງຂວັນຫນູນຊ່ວຍວຽກງານປ້ອງກັນຕ້ານໂລກລະບາດໂຄວິດ -19 ຢູ່ ແຂວງ ອານຢາງ.

ທ່ານນາງຮອງປະທານປະເທດ ໄດ້ມອບຂອງຂວັນຫນູນຊ່ວຍວຽກງານປ້ອງກັນຕ້ານໂລກລະບາດໂຄວິດ -19 ໃຫ້ແກ່ແຂວງ ອານຢາງ ດ້ວຍຍອດມູນຄ່າເກືອບ 14 ຕື້ດົ່ງ, ໃນນັ້ນ ລວມມີ 35 ພັນຊຸດ kit test ຫາເຊື້ອໂຄວິດ-19 ໃຫ້ຜົນໄວ ແລະ ເຮືອນແຫ່ງສາຍຈິດມິດໃຈ 5 ຫລັງ, ເຄື່ອງໃຊ້ທີ່ຈຳເປັນໃຫ້ແກ່ກຳມະກອນຢູ່ແຂວງ ອານຢາງ.

ໃນການໄປປະຕິບັດງານນີ້, ທ່ານນາງ ຮອງປະທານປະເທດຫວຽດນາມ ຫງວຽນທິແອງຊວັນ ໄປຢ້ຽມຢາມ, ລະດົມກຳລັງໃຈ ແລະ ມອບຂອງຂວັນຫນູນຊ່ວຍວຽກງານປ້ອງກັນຕ້ານໂລກລະບາດຢູ່ ແຂວງ ອານຢາງ, ດົ່ງທາບ, ໄຕນິງ, ຕຽນຢາງ ແລະ ເກີນເທີ ດ້ວຍຍອດມູນຄ່າເກືອບ 35 ຕື້ດົ່ງ.

ຕອບກັບ

ຂ່າວ/ບົດ​ອື່ນ