ທ່ານນາງຮອງປະທານປະເທດ ຫວໍ້ທິແອັງຊວນ ຢ້ຽມຢາມ ແລະ ພົບປະກັບພະນັກງານສະຖານທູດ ຫວຽດນາມ ຢູ່ ຟີລິບປີນ

(VOVWORLD) - ທ່ານນາງຮອງປະທານປະເທດສະເໜີໃຫ້ສະຖານທູດ ແລະ ພະນັກງານ, ລັດຖະກອນ ສະຖານທູດ ຕ້ອງສືບຕໍ່ມານະພະຍາຍາມ, ປະຕິບັດສຳເລັດບັນດາໜ້າທີ່ການເມືອງທີ່ໄດ້ຮັບມອບໝາຍ
ທ່ານນາງຮອງປະທານປະເທດ ຫວໍ້ທິແອັງຊວນ ຢ້ຽມຢາມ ແລະ ພົບປະກັບພະນັກງານສະຖານທູດ ຫວຽດນາມ ຢູ່ ຟີລິບປີນ - ảnh 1ທ່ານນາງຮອງປະທານປະເທດ ຫວຽດນາມ ຫວໍ້ໍທິແອັງຊວນ ແລະ ຄະນະໄດ້ໄປຢ້ຽມຢາມສະຖານທູດ ຫວຽດນາມ

ຕອນບ່າຍວັນທີ 30 ມິຖຸນາ, ໂດຍສືບຕໍ່ບັນດາການເຄື່ອນໄຫວໃນຂອບເຂດການໄປປະຕິບັດງານຢູ່ ຟີລິບປິນ, ທ່ານນາງຮອງປະທານປະເທດ ຫວຽດນາມ ຫວໍ້ໍທິແອັງຊວນ ແລະ ຄະນະໄດ້ໄປຢ້ຽມຢາມສະຖານທູດ ຫວຽດນາມ ປະຈຳ ຟິລິບປິນ ແລະ ພົບປະໂອ້ລົມກັບພະນັກງານ, ລັດຖະກອນສະຖານທູດ ພ້ອມກັບຜູ້ຕາງໜ້າປະຊາຄົມຊາວ ຫວຽດນາມ ທີ່ພວມເຮັດວຽກ, ຮ່ຳຮຽນຢູ່ທີ່ນີ້. ທ່ານນາງຮອງປະທານປະເທດສະເໜີໃຫ້ສະຖານທູດ ແລະ ພະນັກງານ, ລັດຖະກອນ ສະຖານທູດ ຕ້ອງສືບຕໍ່ມານະພະຍາຍາມ, ປະຕິບັດສຳເລັດບັນດາໜ້າທີ່ການເມືອງທີ່ໄດ້ຮັບມອບໝາຍ; ເປັນເສນາທິການໃຫ້ແກ່ພັກ, ລັດ ແລະ ລັດຖະບານໃນການສືບຕໍ່ປັບປຸງ ແລະ ເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດກັບ ຟີລິບປິນ ຢ່າງທັນການກ່ວາອີກ; ຕັ້ງໜ້າຜັນຂະຫຍາຍວຽກງານການທູດດ້ານເສດຖະກິດ, ໜູນຊ່ວຍບັນດາວິສາຫະກິດສອງປະເທດແຊກແຊງເຂົ້າຕະຫຼາດ ແລະ ການລົງທຶນຂອງກັນ; ເຮັດວຽກງານປະຊາຄົມ, ກົງສູນໃຫ້ເປັນຢ່າງດີ ກໍ່ຄືວຽກງານພົວພັນຕ່າງປະເທດດ້ານວັດທະນະທຳ, ພົວພັນແລກປ່ຽນປະຊາຊົນ.

        ກ່ອນໜ້ານັ້ນ, ທ່ານນາງຮອງປະທານປະເທດ ຫວໍ້ທິແອັງຊວນ ພ້ອມກັບຄະນະຜູ້ແທນ ຫວຽດນາມ ໄດ້ໄປຖະຫວາຍດອກໄມ້ຢູ່ເຂດອະນຸສາວະລີປະທານ ໂຮ່ຈີມິນ ຢູ່ຂອບເຂດສວນສາທາລະນະ ອາຊຽນ ຢູ່ ນະຄອນຫຼວງ ມານີລາ.

ຕອບກັບ

ຂ່າວ/ບົດ​ອື່ນ