ທ່ານ​​ນາງຮອງ​ປະ​ທານ​ປະ​ເທດ ຫວ​ໍ​ທິ​ແອັງ​ຊວັນ ໃຫ້​ການ​ຕ້ອນ​ຮັບ​ທ່ານ​ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຮຸງ​ກາ​ຣີ

(VOVWORLD) - ທ່ານນາງ ຮອງປະທານປະທານ ຫວໍທິແອັງຊວັນປາດຖະໜາຢາກ ໃຫ້ 2 ຝ່າຍໝູນໃຊ້ທ່າໄດ້ປຽບ ເຊິ່ງບັນດາສັນຍາ EVFTA ແລະ EVIPA ນຳມາເຊິ່ງ ເພື່ອຊຸກຍູ້ການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນ ແລະ ການຮ່ວມມືໃນການຟື້ນຟູ ແລະ ພັດທະນາເສດຖະກິດ - ສັງຄົມໄລຍະຫຼັງໂຄວິດ - 19.
ທ່ານ​​ນາງຮອງ​ປະ​ທານ​ປະ​ເທດ ຫວ​ໍ​ທິ​ແອັງ​ຊວັນ ໃຫ້​ການ​ຕ້ອນ​ຮັບ​ທ່ານ​ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຮຸງ​ກາ​ຣີ - ảnh 1ທ່ານນາງຮອງປະທານປະທານ ຫວໍທິແອັງຊວັນ ໃຫ້ການຕ້ອນຮັບທ່ານນາງຮອງປະທານສະພາແຫ່ງຊາດ ຮຸງກາຣີ Marta Matrai (ພາບ: TTXVN)

ຕອນບ່າຍວັນທີ 21 ມັງກອນ, ທີ່ການຕ້ອນຮັບທ່ານນາງຮອງປະທານສະພາແຫ່ງຊາດ ຮຸງກາຣີ Marta Matrai ທີ່ພວມຢ້ຽມຢາມ ຫວຽດນາມ, ທ່ານນາງຮອງປະທານປະທານ ຫວໍທິແອັງຊວັນ ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ ແລະ ມີຄວາມປາດຖະໜາຢາກເພີ່ມທະວີການພົວພັນຮ່ວມມືກັບ ຮຸງກາຣີ. ທ່ານນາງຮອງປະທານປະເທດ ຕີລາຄາສູງ ຮຸງກາຣີ ທີ່ສາມາດຄວບຄຸມໂລກລະບາດໂຄວິດ -19, ອະນຸຍາດໃຫ້ເປີດປະຕູການທ່ອງທ່ຽວ ແລະ ພັດທະນາ ເສດຖະກິດໃກ້ເຕີບໂຕ ຄືນໃໝ່. ທ່ານນາງ ຮອງປະທານປະເທດ  ໃຫ້ຮູ້ວ່າ ການຮ່ວມມືດ້ານເສດຖະກິດ ລະຫວ່າງສອງປະເທດຍັງມີຄວາມສາມາດບົ່ມຊ້ອນພັດທະນາຫຼາຍຢູ່. ທ່ານນາງ ປາດຖະໜາຢາກ ໃຫ້ 2 ຝ່າຍໝູນໃຊ້ທ່າໄດ້ປຽບ ເຊິ່ງບັນດາສັນຍາ EVFTA ແລະ EVIPA ນຳມາເຊິ່ງ ເພື່ອຊຸກຍູ້ການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນ ແລະ ການຮ່ວມມືໃນການຟື້ນຟູ ແລະ ພັດທະນາເສດຖະກິດ - ສັງຄົມໄລຍະຫຼັງໂຄວິດ - 19.

ສ່ວນທ່ານນາງ Marta Matrai  ໄດ້ສະແດງຄວາມປິຕິຊົມຊື່ນຕໍ່ການປະກາດໝາກຜົນຂອງການພົບປະກັບບັນດາການນຳ ຫວຽດນາມ, ທ່ານນາງ ໃຫ້ຮູ້ວ່າ, ທີ່ການພົບປະ ສອງຝ່າຍໄດ້ເຫັນດີເປັນເອກະພາບເພີ່ມທະວີການຮ່ວມມື ລະຫວ່າງສອງສະພາແຫ່ງຊາດ, ຮັກສາການພົບປະລະຫວ່າງຂັ້ນຄະນະກຳມະການ ແລະ ກຸ່ມສະມາຊິກລັດຖະສະພາ ສອງປະເທດ ເພື່ອແນໃສ່ຜັນຂະຫຍາຍການຮ່ວມມື, ແບ່ງປັນບົດຮຽນປະສົບການ ໃນວຽກງານນິຕິບັນຍັດ, ພ້ອມທັງສອງຝ່າຍສືບຕໍ່ຈັດຕັ້ງ ກອງປະຊຸມສຳມະນາຄັ້ງທີ 3 ກ່ຽວກັບຫົວຂໍ້ທີ່ສອງຝ່າຍໄດ້ຄັດເລືອກ.

ຕອບກັບ

ຂ່າວ/ບົດ​ອື່ນ