ທ່ານນາງຮອງປະທານປະເທດ ຫວຽດ​ນາມ ດັ້ງທິງອັກທິງ ມອບຂໍ້​ຕົກ​ລົງແຕ່ງຕັ້ງ ເອກ​ອັກ​ຄະ​ລັດ​ຖະ​ທູດ 12ທ່ານ ອາ​ຍຸ​ການ 2020-2023

(VOVWORLD) -ຕອນເຊົ້າວັນທີ 09 ມິຖຸນາ, ທີ່ທຳນຽບປະທານປະເທດ, ກ່າວຄຳເຫັນທີ່ພິທີມອບຂໍ້ຕົກລົງແຕ່ງຕັ້ງເອກອັກຄະລັດຖະທູດ 12ທ່ານອາຍຸການ 2020-2023, ທ່ານນາງຮອງປະທານປະເທດ ຫວຽດນາມ ດັ້ງທິງອັກທິງສະແດງຄວາມເຊື່ອໝັ້ນວ່າ ບັນດາເອກອັກຄະລັດຖະທູດຈະເສີມຂະຫຍາຍບົດຮຽນເປັນຢ່າງດີ, ມີຄຸນນະທາດຂະແໜງການທູດ, ມານະພະຍາຍາມຮ່ວມແຮງຮ່ວມໃຈຢ່າງບໍ່ຢຸດຢັ້ງເພື່ອປະຕິບັດພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດຢ່າງມີໄຊ.
ທ່ານນາງຮອງປະທານປະເທດ ຫວຽດ​ນາມ ດັ້ງທິງອັກທິງ ມອບຂໍ້​ຕົກ​ລົງແຕ່ງຕັ້ງ ເອກ​ອັກ​ຄະ​ລັດ​ຖະ​ທູດ 12ທ່ານ  ອາ​ຍຸ​ການ 2020-2023 - ảnh 1 ທ່ານນາງຮອງປະທານປະເທດ ຫວຽດນາມ ດັ້ງທິງອັກທິງ ມອບຂໍ້ຕົກລົງແຕ່ງຕັ້ງ ເອກອັກຄະລັດຖະທູດ 12ທ່ານ  ອາຍຸການ 2020-2023 (ພາບ: TTXVN)

ບັນດາເອກອັກຄະລັດຖະທູດຈະສືບຕໍ່ເສີມຂະຫຍາຍທີ່ເປັນມູນເຊື້ອສະຫງ່າລາສີຂອງຊາດ ແລະ ຂອງການທູດ ຫວຽດນາມ, ປະກອບສ່ວນໃຫ້ແກ່ພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດໃນໄລຍະຈະມາເຖິງ. ທ່ານນາງເນັ້ນໜັກ ຄວາມເປັນເຈົ້າການ, ຕັ້ງໜ້າ, ປະດິດຄິດສ້າງ, ເສີມຂະຫຍາຍບົດບາດນຳໜ້າຂອງຂະແໜງການທູດ ທ່ານນາງ ດັ້ງທິງອັກທິງປາດຖະຫນາວ່າ ບັນດາເອກອັກຄະລັດຖະທູດຈະປະຕິບັດນຳໜ້າ “5 ປະການ”: ນຳໜ້າໃນການຊຸກຍູ້ການພົວພັນຂອງ ຫວຽດນາມ ກັບຄູ່ຮ່ວມມືເຂົ້າສູ່ລວງເລິກ, ມີສະຖຽນລະພາບ, ແບບຍືນຍົງ; ຍົກລະດັບການພົວພັນຕ່າງປະເທດຫຼາຍຝ່າຍ; ນຳໜ້າໃນການຜັນຂະຫຍາຍການທູດດ້ານເສດຖະກິດ, ປະກອບສ່ວນຟື້ນຟູເສດຖະກິດ-ສັງຄົມຍ້ອນຖືກຜົນສະທ້ອນຈາກໂລກລະບາດໂຄວິດ-19ກໍ່ຂຶ້ນ; ນຳໜ້າໃນການຕໍ່ສູ້ດ້ານການເມືອງ-ການທູດ, ປະກອບສ່ວນປົກປັກຮັກສາເອກະລາດ, ອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນຢ່າງໜັກແໜ້ນຂອງປະເທດຊາດ; ນຳໜ້າໃນການໂຄສະນາເຜີຍແຜ່ຮູບພາບປະເທດຊາດ, ຊາວ ຫວຽດນາມ ເຖິງໝູ່ເພື່ອນສາກົນ; ນຳໜ້າໃນການປົກປ້ອງພົນລະເມືອງ ແລະ ວຽກງານຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ