ທ່ານນາງຮອງປະທານປະເທດດັ້ງທິງອັກທິ້ງພົບປະກັບຄອບຄົວໜຸ່ມດີເດັ່ນ 2020

(VOVWORLD) -ທ່ານນາງຮອງປະທານປະເທດຫວຽດນາມ ດັ້ງທິງອັກທິ້ງ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນທີ່ມາເຂົ້າຮ່ວມລາຍການຍ້ອງຍໍຊົມເຊີຍຄອບຄົວໜຸ່ມດີເດັ່ນປີ 2020.

ທ່ານນາງຮອງປະທານປະເທດດັ້ງທິງອັກທິ້ງພົບປະກັບຄອບຄົວໜຸ່ມດີເດັ່ນ 2020 - ảnh 1 ທ່ານນາງຮອງປະທານປະເທດຫວຽດນາມ ດັ້ງທິງອັກທິ້ງ

(ພາບ: TTXVN)

ວັນທີ 19 ມິຖຸນາ, ຢູ່ຮ່າໂນ້ຍ, ທ່ານນາງຮອງປະທານປະເທດຫວຽດນາມ ດັ້ງທິງອັກທິ້ງ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນທີ່ມາເຂົ້າຮ່ວມລາຍການຍ້ອງຍໍຊົມເຊີຍຄອບຄົວໜຸ່ມດີເດັ່ນປີ 2020. ນີ້ແມ່ນບັນດາຄອບຄົວທີ່ມີຄວາມມານະພະຍາຍາມຫຼາຍຢ່າງໃນການຜ່ານຜ່າຄວາມຫຍຸ້ງຍາກ, ສ້າງຄອບຄົວໃຫ້ມີຄວາມອົບອຸ່ນສົມບູນພູນສຸກ, ລ້ຽງດູ, ສັ່ງສອນລູກໃຫ້ເປັນຄົນດຸໝັ່ນ, ຮູ້ຄວາມ, ຮຽນເກັ່ງ, ຕັ້ງໜ້າເຂົ້າຮ່ວມບັນດາການເຄື່ອນໄຫວຂອງສັງຄົມ.

        ກ່າວຄຳເຫັນທີ່ການພົບປະ, ທ່ານນາງຮອງປະທານປະເທດ ດັ້ງທິງອັກທິ້ງ ເນັ້ນໜັກວ່າ, ນີ້ແມ່ນການເຄື່ອນໄຫວທີ່ມີຄວາມໝາຍທີ່ສຸດ, ແມ່ນມາດຕະການແກ້ໄຂຢ່າງມີປະສິດທິຜົນ ເພື່ອປະກອບສ່ວນກໍ່ສ້າງ ແລະ ແຜ່ຂະຫຍາຍບັນດາຄຸນຄ່າອັນດີງາມຂອງຄອບຄົວຫວຽດນາມ; ພ້ອມທັງຍົກສູງສະຕິຄວາມຮັບຮູ້ກ່ຽວກັບພາລະບົດບາດ, ໜ້າທີ່ຄວາມຮັບຜິດຊອບຂອງຄອບຄົວຕໍ່ກັບການພັດທະນາຂອງສັງຄົມ.

ຕອບກັບ

ຂ່າວ/ບົດ​ອື່ນ