ທ່ານນາງຮອງປະທານປະເທດດັ້ງທິງອກທິ້ງມອບຂອງຂັນໃຫ້ນັກຮຽນທຸກຍາກແຂວງຮຶງອຽນ

(VOVWORLD) - ວັນທີ 30/6, ຢູ່ແຂວງ ຮຶງອຽນ, ທ່ານນາງຮອງປະທານປະເທດ ດັ້ງທິງອກທິ້ງ ໄດ້ມອບທຶນສຶກສາໃຫ້ນັກຮຽນທຸກຍາກທີ່ຜ່ານຜ່າຄວາມຫຍຸ້ງຍາກແຂວງ ຮຶງອຽນ 200 ຄົນ.
ທ່ານນາງຮອງປະທານປະເທດດັ້ງທິງອກທິ້ງມອບຂອງຂັນໃຫ້ນັກຮຽນທຸກຍາກແຂວງຮຶງອຽນ - ảnh 1 ທ່ານນາງຮອງປະທານປະເທດ ດັ້ງທິງອກທິ້ງ ມອບຂອງຂວັນໃຫ້ເດັກນ້ອຍແຂວງ ຮືງອຽນ

ນີ້ແມ່ນການເຄືອ່ນໄຫວທີ່ຂຶ້ນກັບລາຍການທຶນສຶກສາ “ຊີວິດສັງຄົມການສຶກສາ - ລົດຖີບໄປໂຮງຮຽນ“ ໂດຍແຂວງ ຮຶງອຽນ ແລະ ຄັງອຸປະກະລະເດັກນ້ອຍ ຫວຽດນາມ (ກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ) ຈັດຕັ້ງ. ນະທີ່ນີ້, ທ່ານນາງຮອງປະທານປະເທດ ດັ້ງທິງອກທິ້ງ ໄດ້ມອບຂອງຂວັນທີ່ມີມູນຄ່າ 300 ລ້ານດົ່ງ ໃຫ້ນັກຮຽນທຸກຍາກທີ່ຜ່ານຜ່າຄວາມຫຍຸ້ງຍາກ  200 ຄົນ ຂອງ 10 ເມືອງ, ນະຄອນໃນແຂວງ ຮຶງອຽນ. ທ່ານນາງຮອງປະທານປະເທດ ດັ້ງທິງອກທິ້ງປຸກລະດົມພວກນ້ອງສືບຕໍ່ຜ່ານຜ່າຄວາມຫຍຸ້ງຍາກ, ຮຽນເກັ່ງ, ບືນຕົວຂຶ້ນກາຍເປັນຜູ້ທີ່ມີປະໂຫຍດ, ປະກອບສ່ວນເຂົ້າໃນການສ້າງສາບ້ານເກີດເມືອງນອນ, ປະເທດຊາດໃຫ້ສວຍງາມ, ຮັ່ງມີ.

ຕອບກັບ

ຂ່າວ/ບົດ​ອື່ນ