ທ່ານນາງຮອງປະທານປະເທດດັ້ງທິງອກທິງມອບຂອງຂວັນບຸນວັນເພັງເດືອນ8ໃຫ້ເດັກນ້ອຍເປັນມະເຮັງ

ທ່ານນາງຮອງປະທານປະເທດດັ້ງທິງອກທິງມອບຂອງຂວັນບຸນວັນເພັງເດືອນ8ໃຫ້ເດັກນ້ອຍເປັນມະເຮັງ - ảnh 1
ທ່ານນາງຮອງປະທານປະເທດ ດັ້ງທິງອກທິງ ມອບຂອງຂວັນ
ບຸນວັນເພັງເດືອນ 8 ໃຫ້ເດັກນ້ອຍເປັນມະເຮັງ

(vovworld) - ​ ຕອນ​ເຊົ້າ​ວັນ​ທີ 13/09 ຢູ່ພະ​ແນ​ກ​ເດັກ ໂຮງໝໍ K ສູນ​ກາງ (ຢູ່ ຮ່າ​ໂນ້ຍ), ກອງ​ທຶນ​ໜູນ​ຊ່ວຍ​ຄົນ​​ເປັນພະຍາດ​ມະ​ເຮັງ “ມື້​ອື່ນທີ່ສົດ​​ໃສ” ຈັດ​ຕັ້ງ “ລາຍການ​ບຸນວັນ​ເພັງ​ເດືອນ 8 ​ໃຫ້​ເດັກນ້ອຍ”, ມອບ​ຂອງຂວັນ​ໃຫ້​ເດັກນ້ອຍທີ່​ພວມປິ່ນປົວ​ພະຍາດ​ຢູ່​ພະ​ແນ​ກ​ເດັກ, ​ໂຮງໝໍ K ສູນ​ກາງທັງ​ໝົດ 95 ພູດ. ກ່າວ​ຄຳ​ເຫັນ​ນະ​ທີ່​ນີ້, ທ່ານ​ນາງ​ຮອງ​ປະທານ​ປະ​ເທດ ດັ້ງ​ທິງ​ອກທິງ ຢືນຢັນ​ວ່າ: ພັກ, ລັດ ​ແລະ ສັງຄົມ ຍາມ​ໃດ​ກໍ່​ສະຫງວນ​ຄວາມ​ເອົາ​ໃຈ​ໃສ່, ​ເບິ່ງ​ແຍງ​ດູ​ແລ​ພິ​ເສດໃຫ້​ພວກ​ຫຼານ​ເຍົາວະ​ຊົນ​ ​ເພື່ອ​ໃຫ້​ພວກ​ຫຼານ​ມີ​ເງື່ອນ​ໄຂສົ່ງ​ເສີມ​ສຸ​ຂະ​ພາບ ​ແລະ ປິ່ນປົວ​ພະຍາດ​ດີ​ທີ່​ສຸດ. ທ່ານ​ນາງ​ຮອງ​ປະທານ​ປະ​ເທດ ດັ້ງ​ທິງ​ອກທິງ ​ໃຫ້​ຮູ້​ວ່າ:

        “ຂ້າພະ​ເຈົ້າຍ້ອງຍໍ ​ແລະ​ສະ​ເໜີ​ກະຊວງ​ສາທາລະນະ​ສຸກ, ກອງ​ທຶນ​ໜູນ​ຊ່ວຍ​ຄົນ​​​ເປັນ​ພະຍາດມະ​ເຮັງ ມື້​ອື່ນທີ່ສົດ​ໃສ ຈະສືບ​ຕໍ່​ມີ​ວິທີ​ການ​ດີ​ຫລາຍ​ຢ່າງ, ປະສົບ​ຜົນສຳ​ເລັດ​ກ່ວາ​ອີກ​​ໃນ​ພາລະກິດ​ປ້ອງ​ກັນ​ຕ້ານ​ມະ​ເຮ​ັງ​ເວົ້າ​ສະ​ເພາະ ​ແລະ ພາລະກິດ​ປົກ​ປ້ອງ​ເບິ່ງ​ແຍງ​ດູ​ແລ ​ແລະ ຍົກ​ສູງ​ສຸ​ຂະພາບ​ຂອງ​ປະຊາຊົນ​ເວົ້າ​ລວມ. ຂ້າພະ​ເຈົ້າ​ເຊື່ອ​ໝັ້ນ​ວ່າ ພ້ອມ​ກັບ​ການ​ຮ່ວມ​ແຮງ​ຮ່ວມ​ໃຈ, ການປະກອບກຳລັງ​ແຮງ​ຂອງ​ທົ່ວ​ ປະຊາ​ຄົມ ບົນ​ນ້ຳ​ໃຈອູ້ມຊູ​ຊ່ວຍ​ເຫຼືອ​ເຊິ່ງກັນ ​ແລະ ກັນ. ແນ່ນ​ອນວ່າ ລາຍການຈະປະກອບສ່ວນ​ບັນ​ເທົາຄວາມ​ເຈັບ​ປວດ​​ໃຫ້ຄົນ​ ເປັນ​ພະຍາດມະ​ເຮັງ ​ແລະ ວຽກ​ງານ​ປ້ອງ​ກັນ​ຕ້ານ​ມະ​​ເຮັງ ຈະ​ໄດ້​ຮັບ​ໝາກ​ຜົນ​ໃນ​ໄລຍະຈະ​ມາ​ເຖິງ.


ຂ່າວ/ບົດ​ອື່ນ